ຕຳຫຼວດຫວຽດນາມ ເພີ່ມທະວີການຮ່ວມມືດ້ານວິຊາສະເພາະກັບອັງກິດ

ຕຳຫຼວດຫວຽດນາມ ເພີ່ມທະວີການຮ່ວມມືດ້ານວິຊາສະເພາະກັບອັງກິດ - ảnh 1
ພົນ​ໂທ ​ເລ​ກຸຍ​ເວື​ອງ, ລັດຖະມົນຕີ​ຊ່ວຍ​ວ່າການ​
ກະຊວງ​ຕຳຫຼວດ​ຫວຽດນາມ
(ພາບປະກອບ)


(vovworld) – ​ໂດຍ​ໄດ​້ຮັບ​ຄຳ​ເຊີນ​ຂອງ​ກະຊວງ​ພາຍ​ໃນ​ອັງກິດ, ຄະນະ​ຜູ້​ແທນ​ຫວຽດນາມ ​ໂດ​ຍພົນ​ໂທ ​ເລ​ກຸຍ​ເວື​ອງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຕຳຫຼວດ​ຫວຽດນາມ ນຳ​ໜ້າ, ​​ໄດ້ເຂົ້າ​ຮ່ວມ​ກ​ອງປະຊຸມ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ປົກ​ປ້ອງ​ຜູ້​ຖືກ​ເຄາະ​ຮ້າຍຍ້ອນສະພາບການ​ຮ່ວມ​ສຳພັນທາງ​ເພດ​ສຳລັບເດັກ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ, ​ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ທີ 10 – 11/12 ຢູ່​ນະຄອນຫຼວງ​ລອນ​ດອນ, ປະ​ເທດ​ອັງກິດ.

  ກ່ອນ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ, ທ່ານລັດຖະມົນຕີ​ຊ່ວຍ​ວ່າການ ​ເລ​ກຸຍ​ເວື​ອງ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຜູ້ອຳນວຍການ​ໃຫຍ່​ອົງການ​ປ້ອງ​ກັນ​ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ (NCA) Keith Brisrtow ​ແລະ ຜູ້​ອຳນວຍ​ການ​​ໃຫຍ່ຝ່າຍ​ບໍລິຫານ NCA, David Almond. ທ່ານລັດຖະມົນຕີ​ຊ່ວຍ​ວ່າການ ​ເລ​ກຸຍ​ເວື​ອງ ສະ​ເໜີ​ໃຫ້​ກະຊວງ​ຕຳ​ຫຼວດຫວຽດນາມ ​ແລະ NCA ຄວນ​ເພີ່ມ​ທະວີ​ການ​ແບ່ງປັນ​ຂໍ້​ມູນ​ອາດຊະຍາ​ກຳ, ສ້າງ​ທັ້ງ​ໂທລະສັບ​ສາຍ​ດ່ວນ ​ແນ​ໃສ່​ສະໜອງ ​ແລະ ​ແກ້​ໄຂ​ຂໍ້​ມູນຂ່າວ​ຢ່າງ​ທັນ​ການ, ມີ​ປະສິດທິ​ຜົນ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ລະຫວ່າງ 2 ປະ​ເທດ. ນອກຈາກ​ນັ້ນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ບຳລຸງ​ສ້າງ, ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ໃຫ້​ພະນັກງານ, ຄົ້ນຄວ້າ​ເພື່ອ​ກ້າວ​ໄປ​ເຖິງ​ການ​ເຈລະຈາ​ລົງ​ນາມ​ໃນ​ສັນຍາ​ພາ​ຕົວ, ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ແລກປ່ຽນຂໍ້​ມູນ​ອາດຊະ​ຍາ​ກຳ​ທາງ​ດ້ານການ​ເງິນ, ​ຟອກ​ເງິນ… ​ເພື່ອ​ແນ​ໃສ່​ສ້າງ​ພື້ນຖານ​ນິຕິ​ກຳສຳຄັນ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື 2 ຝ່າຍ​ໃນ​ການ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ. ທ່ານລັດຖະມົນຕີ​ຊ່ວຍ​ວ່າການ ​ເລ​ກຸຍ​ເວືອງ ກໍ່​ປາດ​ຖະໜາ​ວ່າ ຝ່າຍ​ອັງກິດ​ເພີ່ມ​ທະວີ​ການ​ໜູ​ນຊ່ວຍ​ກະຊວງ​ຕຳຫຼວດທາງ​ດ້ານ​ອຸປະກອນ, ພາຫະນະ, ມາດ​ຕະການ​ດ້ານ​ເຕັກ​ໂນ​ໂລ​ຊີ​ຮັບ​ໃຊ້​ວຽກ​ງານ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ ກໍ່​ຄືຄຸ້ມ​ຄອງ​ການ​ເຂົ້າ​ອອກ​ເມືອງ.

ຂ່າວ/ບົດ​ອື່ນ