ຕຳຫຼວດອັງກິດຢັ້ງຢືນຊື່ເປົ້າໝາຍກໍ່ເຫດການບຸກໂຈມຕີຢູ່ລອນດອນ

ຕຳຫຼວດອັງກິດຢັ້ງຢືນຊື່ເປົ້າໝາຍກໍ່ເຫດການບຸກໂຈມຕີຢູ່ລອນດອນ - ảnh 1
(ພາບ​ປະ​ກອບ: EPA/TTXVN)

(vovworld) - ​​ ວັນ​ທີ 23/03 ສຳ​ນັກ​ຂ​່າວ​ສານ Reuters ໃຫ້​ຮູ້​ວ່າ, ຕຳ​ຫຼວດ​ອັງ​ກິດ ໄດ້​ຢັ້ງ​ຢືນ​ຊື່​ເປົ້າ​ໝາຍສັງ​ຫານ 3 ຄົນ​ຢູ່​ໃກ້​ກັບ​​ສຳ​ນັກ​ງານ​ສະ​ພາ​ແຫ່ງ​ຊາດ​ຂອງ​ປະ​ເທດ​ນ​ີ້, ກ່ອນ​ທີ່​ຖືກ​ດັບ​ສູນ​ແມ່ນ Khalid Masood, ພ້ອມ​ທັງ​ໃຫ້​ຮູ້​ຕື່ມ​ອີກວ່າ, ເປົ້າ​ໝາຍ​ດັ່ງ​ກ່າວເຄີຍ​ໄດ້​ຮັບ​ການ​ພິ​ພາກ​ສາ​ທີ່ກ່ຽວ​ຂ້ອງ​ເຖິງ​ອາດ​ຊະ​ຍາ​​ກຳ​ຄະ​ດີ​ອາ​ຍາ, ແຕ່​ວ່າບໍ່​ມີ​ການ​ລະ​ເມີດ​ກົດ​ໝາຍ​ໃດ​ທີ່​ກ່ຽວ​ຂ້ອງ​ເຖິງ​ລັດ​ທິກໍ່​ການ​ຮ້າຍ. ຕຳ​ຫຼວດ​ລອນ​ດອນ ໃຫ້​ຮູ້​ຕື​່ມ​ອີກວ່າ, Masood ອາ​ຍຸ 52 ປີ, ບ້ານ​ເກີດ​ຢູ່ Kent, ​ໄປທາງ​ທິດ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ນະ​ຄອນ​ຫຼວງ​ລອນດອນ, ຫວ່າງ​ແລ້ວນີ້​ດຳ​ລົງ​ຊີ​ວິດ​ຢູ່​ພາກ​ກາງ​ປະ​ເທດ​ອັງ​ກິດ. ໃນ​ຖະ​ແຫຼງ​ການ​ໜຶ່ງ, ຕຳ​ຫຼວດ​ລອນດອນ ໃຫ້​ຮູ້​ວ່າ, Masood ບໍ່​ແມ່ນ​ເປົ້າ​ໝາຍ​ຂອງບໍ່​ວ່າ​ການ​ສືບ​ສວນ​​ສອບ​ສວນໃດໆ​ໃນ​ປະ​ຈຸ​ບັນ ແລະ ບໍ່​ມີ​ບໍ່​ວ່າຂ່າວ​ຄາວ​​ໃດ​ສືບ​ລາ​ຊະ​ການ​ລັບ​​ໃດກ່ອນນັ້ນ​ກ່ຽວ​ກັບ​ແນວ​ຄວາມ​ຄິດກໍ່​ເຫດ​ບຸກ​ໂຈມ​ຕີ​ຂອງ​ເປົ້າ​ໝາຍ​ດັ່ງ​ກ່າວ.

ຂ່າວ/ບົດ​ອື່ນ