ຕຳຫຼວດອີຢູສ້າງຕັ້ງກົມກອງໃໝ່ເພື່ອຕ້ານການເຂົ້າເມືອງຢ່າງຜິດກົດໝາຍ

ຕຳຫຼວດອີຢູສ້າງຕັ້ງກົມກອງໃໝ່ເພື່ອຕ້ານການເຂົ້າເມືອງຢ່າງຜິດກົດໝາຍ - ảnh 1
ຊາວອົບພະຍົບ (ພາບ: AFP/TTXVN)

(vovworld) - ວັນ​ທີ 22/2, ຕຳຫຼວດ​ສະຫະພາບ ​ເອີ​ລົບ (EU) Europol ​ໄດ້​ສ້າງຕັ້ງກົມ​ກອງ​ໃໝ່​​ເພື່ອ​ຮັບ​ມື​ກັບ​ການ​ເຄື່ອນ​ໄຫວ​ອົບ​ພະຍົບ​ຢ່າງ​ຜິດ​ກົດໝາຍ​ເຂົ້າ​ທະວີບ​ນີ້. ກົມ​ກອງ​ນີ້​ມີ​ສຳນັກງານ​ຕັ້ງ​ຢູ່ ລາ​ໄຮ, ປະ​ເທດ ​ໂຮນລັງ, ຈະ​ຊ່ວຍ​ບັນດາ​ສະມາຊິກ EU ​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວ ​ແລະ ການຮ່ວມ​ມື. ທ່ານ​ Rob Wainwright, ຜູ້ອຳ​ນວຍ​ການ​ຂອງ Europol ​ໃຫ້​ຮູ້​ວ່າ​ຈະ​ປຶກສາ​ຫາລື ​ເພື່ອ​ຮ່ວມ​ມືຢ່າງ​ເລິກ​ເຊິ່ງກ່ວາ​ກັບ​ວົງ​ການ​ເຈົ້າ​ໜ້າ​ທ່ປະ​ເທດີ ຕວກກີ, ບ່ອນ​ທີ່​ຊາວ​ອົບ​ພະຍົບສ່ວນ​ຫຼາຍ​ເລືອກ​​ເອົາເປັນ​ບ່ອນ​ເລີ່​ມ​ເດີນທາງ​ເຖິງ ​ເອີ​ລົບ. ນີ້​ແມ່ນ​ສ່ວນ​ໜຶ່ງ​ຂອງ​ຄວາ​ມມານະ​ພະ​ຍາ​ຍາມ ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ກະ​ແສ​ຊາວ​ອົບ​ພະຍົບ​ເຂົ້າ​ເອີ​ລົບ. ທ່ານ Rob Wainwright ​​ໃຫ້​ຮູ້​ວ່າ: ການ​ຄ້າມະນຸດ​ພວມ​​​ເປັນ​ ອາດຊະ​ຍາກຳພັດທະນາ​ໄວ​ທີ່​ສຸດ​ຢູ່ ​ເອີ​ລົບ. Europol ຄາດ​ວ່າ, ມີ​ເຖິງ 9 ​ໃນ​ຈຳນວນ 10 ຄົນ​ທີ່​​ເຂົ້າ​ທະວີບ​ນີ້​ໄດ້​ແມ່ນ​ຍ້ອນອາ​ໄສ​ເຄືອ​ຂ່າຍການ​ຄ້າມະນຸດ.


ຂ່າວ/ບົດ​ອື່ນ