ຕຳຫຼວດຮ່າໂນ້ຍປຸກລະດົມບຸນເຕັດປູກຕົ້ນໄມ້ປີສະຫຼູ 2021

(VOVWORLD) -ປີ 2021 ນະຄອນຮ່າໂນ້ຍ ສູ້ຊົນປູກຕົ້ນໄມ້ໃຫ້ໄດ້ກວ່າ 300.000 ຕົ້ນ ແລະ ຮອດປີ 2030 ປະຊາຊົນນະຄອນຫຼວງຮ່າໂນ້ຍ ແຕ່ລະຄົນຈະປູກຕົ້ນໄມ້ 1 ຕົ້ນ.
ຕຳຫຼວດຮ່າໂນ້ຍປຸກລະດົມບຸນເຕັດປູກຕົ້ນໄມ້ປີສະຫຼູ 2021 - ảnh 1ປີ 2021 ນະຄອນຮ່າໂນ້ຍ ສູ້ຊົນປູກຕົ້ນໄມ້ໃຫ້ໄດ້ກວ່າ 300.000 ຕົ້ນ
(ພາບ: kinhtedothi.vn)

ຕອນເຊົ້າວັນທີ 22 ກຸມພາ, ຢູ່ເມືອງ ຊ໊ອກເຊີນ, ຕຳຫຼວດນະຄອນຮ່າໂນ້ຍ ໄດ້ປຸກລະດົມບຸນເຕັດປູກຕົ້ນໄມ້ປີສະຫຼູ 2021. ເຂົ້າຮ່ວມພິທີມີທ່ານພົນເອກ ໂຕເລີມ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ແລະ ທ່ານເລຂາຄະນະພັກນະຄອນຮ່າໂນ້ຍ ເວືອງດິ່ງເຫ້ວ.

        ໂດຍຕອບສະໜອງລາຍການປູກຕົ້ນໄມ້ຂຽວ 1 ຕື້ຕົ້ນ ໂດຍທ່ານນາຍົກລັດຖະມົນຕີປຸກລະດົມ, ປີ 2021 ນະຄອນຮ່າໂນ້ຍ ສູ້ຊົນປູກຕົ້ນໄມ້ໃຫ້ໄດ້ກວ່າ 300.000 ຕົ້ນ ແລະ ຮອດປີ 2030 ປະຊາຊົນນະຄອນຫຼວງຮ່າໂນ້ຍ ແຕ່ລະຄົນຈະປູກຕົ້ນໄມ້ 1 ຕົ້ນ. ໃນນັ້ນ, ສະເພາະຕຳຫຼວດຮ່າໂນ້ຍ ໄດ້ສູ້ຊົນປູກຕົ້ນໄມ້ 3.000 ຕົ້ນໃນປີ 2021.

        ນະຄອນຮ່າໂນ້ຍ ກຳນົດການພັດທະນາເຂດຕົວເມືອງຂຽວ, ດ້ວຍຈຸດສຸມແມ່ນບົວລະບັດລະບົບຕົ້ນໄມ້ໃນເຂດຕົວເມືອງ ແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນໃນແຜນການພັດທະນາເສດຖະກິດ-ສັງຄົມໃນແຕ່ລະປີຂອງນະຄອນຫຼວງຮ່າໂນ້ຍ.

ຕອບກັບ

ຂ່າວ/ບົດ​ອື່ນ