ຕຳຫຼວດໄທ: ເຈົ້າເລ່ເຫດວາງລະເບີດຢູ່ບາງກອກໄດ້ໜີໄປບັງກຼາເທດ

ຕຳຫຼວດໄທ: ເຈົ້າເລ່ເຫດວາງລະເບີດຢູ່ບາງກອກໄດ້ໜີໄປບັງກຼາເທດ - ảnh 1

ເຫດ​ວາງ​ລະ​ເບີດ​ຢູ່ວິຫານ​ ເອຣາວັນ, ນະຄອນຫຼວງ​ ບາງກອກ ​
(ພາບ: ອິນເຕີແນດ)

(vovworld) - ຕອນ​ຄຳ່​ວັນ​ທີ 9/9, ຕຳຫຼວດ​ ໄທ ​​ໃຫ້​ຮູ້​ວ່າ, ຜູ້​ທີ່​ຖືກ​ສົງ​ໄສ​ວ່າ​ເປັນ​ເຈົ້າ​ເລ່​ເຫດ​ວາງ​ລະ​ເບີດ​ຢູ່ວິຫານ​ ເອຣາວັນ, ນະຄອນຫຼວງ​ ບາງກອກ ​ເມື່ອ​ຕອນ​ຄຳ່​ວັນ​ທີ 17/8 ອາດ​ໄດ້ໜີ​ໄປ​ນະຄອນຫຼວງ ດັກກາ ຂອງ ບັງ​ກຼາ​ເທດ ກ່ອນ​ທີ່​ເກີດ​ເຫດ 1 ວັນ. ຮອງ​ຜູ້​ບັນດາ​ຊາ​ການ​ຕຳຫຼວດ​​ແຫ່ງ​ຊາດ ​ໄທ, ນາຍ​ພົນ ຈັກ​ທິບ ຈັນ​ຈິນດາ ໃຫ້​ຮູ້​ວ່າ, ບັນດາ​ຫຼັກ​ຖານ​ທີ່​ເກັບ​ກຳມາ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ຜູ້​ທີ່​ຖືກ​ສົງ​ໄສ​​ເປັນ​ເຈົ້າ​ເລ່​ເຫດ​ວາງ​ລະ​ເບີດ​ຢູ່ວິຫານ​ ເອຣາວັນ ​ໄດ້​ໜີ​ໄປ ບັງ​ກຼາ​ເທດ. ປະຈຸ​ບັນ, ບັນດາ​ເຈົ້າ​ໜ້າ​ທີ່​ ໄທ ​ໄດ້​ຮຽກຮ້ອງ​ການ​ຊ່ວຍ​ເຫຼືອ​ຈາກ​ອົງການ​ຕຳຫຼວດ​ສາກົນ ​ແລະ ​ເຈົ້າ​ໜ້າ​ທີ່ ບັງ​ກຼາ​ເທດ ໜູນ​ຊ່ວຍ​ຊອກ​ຈັບ ເຈົ້າ​ເລ່​ເຫດ​ວາງ​ລະ​ເບີດ  Abu Dustar Abdulrahman. ​

ຂ່າວ/ບົດ​ອື່ນ