ຕຳຫຼວດໄທກຳນົດເປົ້າໝາຍຜູ້ໜຶ່ງເປັນເຈົ້າກົນອຸບາຍວາງລະເບີດຕ່າງໆ

ຕຳຫຼວດໄທກຳນົດເປົ້າໝາຍຜູ້ໜຶ່ງເປັນເຈົ້າກົນອຸບາຍວາງລະເບີດຕ່າງໆ - ảnh 1
ກົນອຸບາຍ​ວາງ​ລະ​ເບີດຢູ່​ໄທ
(ພາບ​ປະ​ກອບ: AFP/ TTXVN)

(vovworld) – ວັນ​ທີ 15/8, ພົນ​ເອກ ພົງ​ສະພັດ ພົງ​ຈະ​ເລີ​ນ, ຮອງ​​ເສນາ​ທິການ​ຕຳຫຼວດ​ລາຊະ​ອານາຈັກ ​ໄທ ​ໃຫ້​ຮູ້​ວ່າ: ບັນດາ​ເຫດ​ວາງ​ລະ​ເບີດ​​ເຮັດ​ໃຫ້ 4 ຄົນ​ເສຍ​ຊີວິ​ດ ​ແລະ ນັບ​ສິບໆ​ຄົນ​ອື່ນ​ຖືກ​ຮັບ​ບາດ​ເຈັບ​ຢູ່​ທາງ​ພາກ​ໃຕ້​ປະ​ເທດ​ນີ້ ​ໂດຍ​ຜູ້​ໜຶ່ງ​ເປັນ​ເຈົ້າ​ກົນອຸບາຍ ພ້ອມ​ກັບ​ກຸ່ມ​ຄົນ​ມີ​ປະມານ 10 – 20 ຄົນ​ໄດ້​ປະຕິ​ເສ​ດ. ຕາມ​ພົນ​ເອກ ພົງ​ສະພັດ ພົງ​ຈະ​ເລີ​ນ ​ແລ້ວ, ຕຳຫຼວດ ​​ໄດ້​ລວບ​ລວມບັນດາ​ຂໍ້​ມູນ​ຂ່າວ ​ແລະ ພົບ​ເຫັນ​ເຄືອ​ຂ່າຍ​ບັນດາ​ເປົ້າ​ໝາຍ​ຢື່ນຢູ່​ເບື້ອງ​ຫຼັງ​ເຫດ​ບຸ​ກ​ໂຈມ​ຕີ​ຢູ່ພາກ​ໃຕ້ ປະ​ເທດ​ໄທ ​ໃນ​ທ້າຍ​ອາທິດ​ກ່ອນ. ທ່ານ​ໃຫ້​ຮູ້​ວ່າ: ບັນດາ​ເປົ້າ​ໝາຍ​ນີ້​ໄດ້​ສົມທົບ​ກັນຈັດ​ຕັ້ງ​ການ​ບຸກ​ໂຈມ​ຕີ​ ​ແລະ ມີ​ການ​ກະກຽມ​ຢ່າງ​ລະອຽດດ້ວຍຈຸດປະສົງ​ມ້າງ​ທຳລາຍ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ ​ແລະ ​ຕົວ​ການຄົນ​ໜຶ່ງ​ທີ່​ກ່ຽວຂ້ອງ​ຖື​ກຈັບ​ຕົວ. ​ໃນ​ຂະນະ​ນັ້ນ, ​ບາງ​ແຫຼ່ງຂ່າວ​ຈາກ​ຂະ​ແໜງ​ປ້ອງ​ກັນ​ຄວາມ​ສະຫງົບ ​ໄທ ​ໃຫ້​ຮູ້​ວ່າ: ມີ​ເປົ້າ​ໝາຍ​ທີ່​ຖືກ​ລະ​ແວງ​ສົງ​ໄສ​ຂຶ້ນ​ກັບ​ເຄືອ​ຂ່າວ​ດັ່ງກ່າວ​ຈຳນວນ​ໜຶ່ງຖືກ​ຈັບ​ຕົວ​ເພື່ອ​ສອບ​ຖາມ​ແລ້ວ.

        ​ແລ​ະກໍ່​ໃນ​ວັນ​ດຽວ​ກັນ, ​ແນວ​ໂຮມ​ເອກະ​ພາບ​ເພື່ອ​ປະຊາທິປັດ​ຕ້ານ​ພະ​ເດັດ​ການ (UDD), ຝ່າຍ​ເສື້ອ​ແດງ, ​ໄດ້​ອອກສຽງ​ສະ​ແດງ​ຄວາມ​ວິຕົກ​ວັງ​ວົນ​ຕໍ່​ເລື່ອງ​ອຳນາດ​ການ​​ທະຫານ​ໄທ ຈັບ​ຕົວ​ບັນດາ​ສະມາຊິກ​ຂອງ​ກຳລັງ​ນີ້​ພາຍຫຼັງ​ບັນຫາ​ເຫ​ດວາງ​ລະ​ເບີດ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ