ຖັນແຖວປັນຍາຊົນ, ນັກວິທະຍາສາດ, ນັກສິນລະປິນໄດ້ປະກອບສ່ວນ ເຂົ້າໃນຜົນສຳເລັດລວມຂອງປະເທດຊາດ

ຖັນແຖວປັນຍາຊົນ, ນັກວິທະຍາສາດ, ນັກສິນລະປິນໄດ້ປະກອບສ່ວນ ເຂົ້າໃນຜົນສຳເລັດລວມຂອງປະເທດຊາດ - ảnh 1
ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ
​ພົບ​ປະ​ບັນດາປັນ​ຍາ​ຊົນ, ນັກວິທະຍາສາດ, ນັກ​ສິນລະປິນ
(ພາບ: TTXVN)

(vovworld) - ທີ່​ງານ​ພົບ​ປະ​ບັນດາປັນ​ຍາ​ຊົນ, ນັກວິທະຍາສາດ, ນັກ​ສິນລະປິນ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 12/2, ຕາງໜ້າ​ການ​ນຳ​ພັກ, ລັດ, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ ​ໄດ້​ເນັ້ນ​ໜັກ​ວ່າ:

​ພັກ​ກອມ​ມູນິດ​ຫວຽດນາມ​ຢືນຢັນ​ວ່າ, ຄວາມ​ຮູ້ຍາມ​ໃດ​ກໍ່​ເປັນ​ພື້ນຖານ​​ແຫ່ງຄວາມ​ກ້າວໜ້າ​ທາງສັງຄົມ. ຖັນ​ແຖວ​ປັນຍາ​ຊົນ​ແມ່ນ​ກຳລັງ​ຫຼັກ​ແຫຼ່ງ​ເພື່ອ​ປະດິດ​ສ້າງ ​ແລະ ​ໂຄສະນາ​ເຜີຍ​ແຜ່​ຄວາມ​ຮູ້​ນີ້​ໃນ​ຊີວິດ. ​ໃນ​ສະ​ໄໝ​ໃດ​ກໍ່​ເຊັ່ນ​ກັນ. ​ໃນປີຜ່ານມາ ​ກໍ່​ຄື​ໃນ​ຊຸມ​ປີຜ່ານມາ, ຖັນ​ແຖວ​ນັກ​ສິນລະປິນ, ປັນ​ຍາ​ຊົນ​ຂອງ​ຫວຽດນາມ ​ໄດ້ສືບ​ຕໍ່​ຍົກ​ສູງ​ບົດບາດ, ທີ່​ຕັ້ງ​ຂອງ​ຕົນ ​ແລະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ, ບົດຮຽນ, ​ ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ພາລະກິດ​ພັດທະນາ​ປະ​ເທດ​ຊາດ, ​ໃກ້ຊິດຕິດ​ແທດ​ກັບ​ພຶດຕິ​ກຳ​ຕົວ​ຈິງ, ຄົ້ນ​ຄ້ວາ​ວິທະຍາສາດ, ສະ​ເໜີ​ບັນດາ​ກິດຈະກຳ, ນຳ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີທີ່​ກ້າວໜ້າ​ເຂົ້າ​ໃນ​ວັນນະຄະດີ - ສິລະ​ປະ, ມີ​ບັນດາ​ບົດ​ປະພັນ​ທີ່​ມີ​ຫົວຄິດ​ປະ​ດີດ​ສ້າງ​ຈຶ່ງໄດ້​ຮັບ​ການ​ຊົມ​ເຊີຍ​ຈາກ​ມະຫາຊົນ. ບໍ່​ພຽງ​ແຕ່​ຄື​ແນວ​ນັ້ນ, ​ເມື່ອ​ເວົ້າ​ເຖິງ​ປັນຍາ​ຊົນ ​ແມ່ນ​ເວົ້າ​ເຖິງ​ຖັນ​ແຖວ​ຜູ້​ທີ່​ເຮັດ​ວຽກ​ງານ​ວິ​ທະຍາ​ສາດ, ສັງຄົມ“.

        ປີ 2015 ​ແມ່ນ​ປີ​ທີ່​ມີ​ຄວາມໝາຍສຳຄັນ​ພິ​ເສດຄື: ດຳ​ເນີນ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ທຸກ​ຂັ້ນ, ມີ​ເຫດການ​ສຳຄັນ​ໃຫຍ່​ຂອງ​ປະ​ເທດ​ຊາດ, ​ແມ່ນ​ປະກົດ​ການ​ທີ່​ມີ​ຊີວິດ​ຊີວາ, ສ້າງ​ແຫຼ່ງສະອອນ​ໃຈ​ເພື່ອ​ໃຫ້​ບັນດານັກວິທະຍາສາດ, ນັກ​ສິນລະປິນປະດິດ​ສ້າງ. ທ່ານ​ເລຂາທິການ​ໃຫຍ່ຫວັງ​ວ່າ, ຖັນ​ແຖວປັນ​ຍາ​ຊົນ, ນັກວິທະຍາສາດ, ນັກ​ສິນລະປິນຈະ​ມີ​ຫຼາຍກິດຈະກຳ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ, ມີ​ຄຸນຄ່າ, ພ້ອມ​ທັງ​ເນັ້ນ​ໜັກ​ເຖິງ 4 ໜ້າ​ທີ່​ຈຸດ​ສຸມ​ເຊິ່ງຫວຽດນາມ ​ຄວນ​ສຸມ​ໃສ່​ປະຕິບັດ​ໃນ​ປີ 2015. ນັ້ນ​ແມ່ນ​ຕ້ອງ​ສືບ​ຕໍ່​ປະຕິບັດ​ບັນດາ​ຄາດໝາຍ, ໜ້າ​ທີ່​ພັດທະນາ​ເສດຖະກິດ - ສັງຄົມ​ເຊິ່ງມະຕິ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 11 ​ໄດ້​ວາງ​ອອກ, ສືບ​ຕໍ່​ຍູ້​ແຮງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ເປີດ​ກວ້າງ​ການ​ພົວພັນ​ກັບ​ຕ່າງປະ​ເທດ, ຮັກສາ​ເອກະລາດ​ອະທິປະ​ໄຕ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ສິ່ງ​ແວດ​ລ້ອມສັນຕິພາບ, ສະຖຽນ​ລະ​ພາບ ​ເພື່ອ​ພັດທະນາ​ປະ​ເທດ​ຊາດ; ກະກຽມ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​ພັກ​ທຸກ​ຂັ້ນ​ເປັນ​ຢ່າງ​ດີ, ກ້າວ​ໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ; ກໍ່ສ້າງ​ພັກ, ກໍ່ສ້າງ​ລະບົບ​ການ​ເມືອງ​​ໃຫ້ໝັ້ນຄົງ​.

ຂ່າວ/ບົດ​ອື່ນ