ຖືວຽກງານພົວພັນຕ່າງປະເທດແມ່ນໜ້າທີ່ຈຸດສຸມປະກອບສ່ວນຊຸກຍູ້ແຂວງຮ່າຢາງພັດທະນາ

ຖືວຽກງານພົວພັນຕ່າງປະເທດແມ່ນໜ້າທີ່ຈຸດສຸມປະກອບສ່ວນຊຸກຍູ້ແຂວງຮ່າຢາງພັດທະນາ - ảnh 1
ກອງ​ປະຊຸມຜັນ​ຂະຫຍາຍ​ວຽກ​ງານ​ພົວພັນ​ຕ່າງປະ​ເທດ​ປີ 2016
(ພາບ: baohagiang.vn)

(vovworld) –  ວັນ​ທີ 3/3, ຄະນະ​ກຳມະການ​ປະຊາຊົນ​ແຂວງ ຮ່າ​ຢາງ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມຜັນ​ຂະຫຍາຍ​ວຽກ​ງານ​ພົວພັນ​ຕ່າງປະ​ເທດ​ປີ 2016. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ​ເລ​ຮ່ວາຍ​ຈູງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ​ໄດ້​ເນັ້ນ​ໜັກ​ວ່າ: ​ເພື່ອ​ປະຕິບັດ​ວຽກ​ງານ​ພົວພັນ​ຕ່າງປະ​ເທດ​ຢ່າງ​ມີ​ໄຊ, ​ໃນ​ປີ 2016, ​ແຂວງ ຮ່າ​ຢາງ​ຄວນ​ຖື​ເປັນ​ສຳຄັນ ​ແລະ ​ຖື​​ເອົາວຽກ​ງານ​ພົວພັນກັບ​ຕ່າງປະ​ເທດ​ແມ່ນ​ໜ້າ​ທີ່​ຈຸດ​ສຸມ​ປະກອບສ່ວນ​ຊຸກຍູ້​ແຂວງ ຮ່າ​ຢາງ​ ​ໃຫ້ນັບ​ມື້​ນັບ​ພັດທະນາ. ຄະນະ​ກຳມະການ​ປະຊາຊົນ​​ແຂວງ ຮ່າ​ຢາງ ຄວນ​ສ້າງ​ແຜນການ, ທິດ​ທາງ, ໜ້າ​ທີ່​ວຽກ​ງານ​ພົວພັນ​ຕ່າງປະ​ເທດ​ໃນ​​ໄລ​ຍະ 5 ປີ​ຈະ​ມາ​ເຖິງ​ໂດຍ​ໄວ. ​ແຂວງ ຮ່າ​ຢາງ ຕ້ອງ ຖື​​ເອົາເສດຖະກິດ​ພົວພັນກັບ​ຕ່າງປະ​ເທດ​ແມ່ນ​ໜ້າ​ທີ່​ຈຸດ​ສຸມ, ຍົກ​ສູງ​ລະດັບ​ວິຊາ​ສະ​ເພາະ, ວິຊາ​ການ​​ໃຫ້​ຖັນ​ແຖວ​ພະນັກງານ​ປະຕິບັດ​ວຽກ​ງານ​ການ​ຕ່າງປະ​ເທດຢ່າງ​ບໍ່​ຢຸດ​ຢັ້ງ. ຄຽງຄູ່​ກັນ​ນັ້ນ, ​ແຂວງ ກໍ​ຕ້ອງ​ອະນຸລັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ຄຸນຄ່າ​ວັດທະນະທຳ​ຂອງ​ປະ​ຊາ​ຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ​ຕິດ​ພັນ​ກັບ​ການ​ພັດທະນາ​ເຂດ​ພູ​ພຽງ​ຫີນ​ດົ່ງ​ວັນ.


ຂ່າວ/ບົດ​ອື່ນ