ຖະຫວາຍທູບທຽນສະເຫຼີມສະຫຼອງ109ປີແຫ່ງວັນຄ້າຍວັນເກີດເລຂາທິການໃຫຍ່ເລຢວນ

ຖະຫວາຍທູບທຽນສະເຫຼີມສະຫຼອງ109ປີແຫ່ງວັນຄ້າຍວັນເກີດເລຂາທິການໃຫຍ່ເລຢວນ - ảnh 1
ການ​ນຳ​ແຂວງ ກວາງ​ຈີ້ໄດ້ມາ​ຖະຫວາຍ​ທູບ​ທຽນ,
ຖະຫວາ​ຍດອກ​ໄມ້​ຢູ່ອະນຸສາວະລີ​ເລຂາທິການ​ໃຫຍ່ ​ເລ​ຢວນ
(ພາບ: quangtritv.vn)

(vovworld) - ວັນ​ທີ 07/04, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 109 ປີ​ແຫ່ງ​ວັນ​ຄ້າຍ​ວັນ​ເກີດທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ​ເລ​ຢວນ (07/04/1907 – 07/04/2016) ການ​ນຳ​ແຂວງ ກວາງ​ຈີ້ ພ້ອມ​ກັບ​ຜູ້ຕາງໜ້າປະຊາຊົນ​ທຸກ​ຊັ້ນ​ວັນນະ ​ແລະ ພະນັກງານ, ນັກຮົບ​ກຳລັງ​ປະກອບ​ອາວຸດ​ໃນ​ບໍລິ​ເວນ​ແຂວງ​​ໄດ້ມາ​ຖະຫວາຍ​ທູບ​ທຽນ, ຖະຫວາ​ຍດອກ​ໄມ້​ຢູ່ອະນຸສາວະລີ​ເລຂາທິການ​ໃຫຍ່ ​ເລ​ຢວນ ຢູ່ສວນສາທາລະນະ ​ເລ​ຢວນ ນະຄອນ ດົງ​ຮ່າ. ທີ່​ພິທີ​ຖະຫວາຍ​ທູບ​ທຽນ, ບັນດາ​ຜູ້​ແທນ​​ໄດ້ຫວນ​ຄືນຊີວິດ ​ແລະ ພາລະກິດ​ປະຕິວັດອັນສະຫງ່າ​ລາສີ​ຂອງທ່ານເລຂາ​ທິການ​ໃຫຍ່ ​ເລ​ຢວນ ທີ່​ມີ​ຕໍ່​ພາລະກິດ​ປົດ​ປ່ອຍ​ຊາດ ​ແລະ ສ້າງ​ສາປະ​ເທດ. ​ໃນ​ນາມເປັນ​ເລຂາທິການ​ຜູ້​ທີ 1 ຄະນະ​ບໍລິຫານ​ງານ​ສູນ​ກາງ​ ​ແລະ ​ເລຂາທິການ​ໃຫຍ່​ຂອງ​ພັກ​ເປັນ​ເວລາ 26 ປີຢ່າງລຽນຕິດ, ທ່ານ​ບໍ່​ພຽງ​ແຕ່​​​ເປັນ​ນັກ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງທີ່​ມີ​ຄວາມຢຶດໝັ້ນ​ເທົ່າ​ນັ້ນ ຫາກ​ຍັງ​​ເປັນ​ຜູ້​ສ້າງຍຸດ​ທະ​ສາດ​ຂອງ​ພັກ. ​ທ່ານເລຂາທິການ​ໃຫຍ່ ​ເລ​ຢວນ ພ້ອມ​ກັບ​ກົມ​ການ​ເມືອງ, ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ, ​ເຊິ່ງນຳ​ໜ້າ​ແມ່ນ​ປະທານ​ໂຮ່ຈີ​ມິນ ​ໄດ້​ກຳນົດ​ທິດ​ທາງ, ນະ​ໂຍບາຍ​ຂອງ​ການຕໍ່ສູ້​ປົດ​ປ່ອຍ​ຊາດ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ສ້າງ​ວິທະຍາ​ສາດ​ການ​ທະຫານ​ປະຕິວັດ ຫວຽດນາມ ຕີ​ເອົາ​ໄຊຊະນະ​​ສົງຄາມ​ຮຸກ​ຮານ​ຂອງ​ຈັກກະພັດ ອາ​ເມ​ລິ​ກາ.

ຂ່າວ/ບົດ​ອື່ນ