ຖະຫວາຍທູບທຽນອາໄລຫາທີ່ເຂດສຸສານນັກຮົບຫວຽດນາມ-ລາວເສຍສະຫຼະຊີວິດເພື່ອຊາດ

ຖະຫວາຍທູບທຽນອາໄລຫາທີ່ເຂດສຸສານນັກຮົບຫວຽດນາມ-ລາວເສຍສະຫຼະຊີວິດເພື່ອຊາດ - ảnh 1
ພິທີຖະຫວາຍທູບທຽນ

(vovworld)- ເນື່ອງ​ໃນ​ໂອ​ກາດວັນ​ທະ​ຫານ​ເສຍ​ອົງ​ຄະ ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ ຂອງ​ຫວຽດ​ນາມ, ຕອນ​ເຊົ້າ​ວັນ​ທີ 27/7, ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ​ລາວ, ​ໂດຍຕາງ​ໜ້າ​ອຳ​ນາດ​ປົກ​ຄອງ​ແຂ​ວງວຽງ​ຈັນ, ​ສະ​ຫະ​ພັນນັກ​ຮົບເກົ່າລາວ, ຕາງ​ໜ້າ​ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ລາວ, ​ສະ​ມາ​ຄົມຊາວ​ຫວຽດ​ນາມ ​ປະ​ຈຳ ​​ລາວ, ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ນັກ​ລົງ​ທຶນ​ຫວຽດ​ນາມ​ ປະ​ຈຳ ​ລາວ, ບັນ​ດາ​ອົງ​ການ​ອ້ອມ​ຂ້າງ​ສະ​ຖານ​ທູດ​ຫວຽດ​ນາມ, ພ້ອມ​ດ້ວຍ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ລາວ ແລະ ຊາວ​​ທ້ອງ​ຖິ່ນ, ໄດ້ໄປ​ຖະ​ຫວາຍ​ທູບທຽນອາ​ໄລ​ຫາ​ທີ່​ເຂດ​ສຸ​ສານ​ນັກ​ຮົບ ຫວຽດ​ນາມ - ລາວ ທີ່​ໄດ້​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ ​ທະ​ຫານ​ປະ​ສົມ​ລາວ-ຫວຽດ​ ຢູ່​ບ້ານ​ເກີນ, ແຂວງວຽງ​ຈັນ. ທີ່​ພິ​ທີ, ທ່ານ ຫງວຽນ​ແມ໋ງ​ຮຸ່ງ ເອກ​ອັກ​ຄະ​ລັດ​ຖະ​​ທູດ​ຫວຽດ​ນາມ ປະ​ຈຳ ​ລາວ ຢືນ​ຢັນ​ວ່າ: ເພື່ອ​ໃຫ້​ສອງ​ປະ​ເທດ​ມີ​ພື້​ນຖານ​ສັນ​ຕິ​ພາບ, ເອ​ກະ​ລາດ, ມີ​ສາຍ​ພົວ​ພັນ​ແບບ​ພິ​ເສດ ຄື​ທຸກມື້ນີ້, ນັກ​ຮົບວິ​ລະ​ຊົນ ຫວຽດ​ນາມ ແລະ ລາວ​ບໍ່​ຈັກ​ວ່າ​ເທົ່າ​ໃດ​ຄົນ​ທີ່​ໄດ້​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ເສຍ​ສະຫຼະ​ເລືອດ​ເນື້ອ​ເພື່ອ ເພີ່ມ​ພູນ​ຄູນ​ສ້າງ ໃຫ້​ສາຍ​ພົວ​ພັນ​ສາ​ມັກ​ຄີ​ ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ ຫວຽດ​ນາມ-ລາວ. ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ​ເນັ້ນ​ໜັກ​ວ່າ: ບັນ​ດາ​ລຸ່ນ​ລູກລຸ່ນຫຼາ​ນ ​ຂອງ​ສອງ​ປະ​ເທດ​ມີ​ຄວາມ​ຫວັງ​ຍາມ​ໃດ​ກໍ່​ຮັດ​ແໜ້ນ​ຄວາມສາ​ມັກ​ຄີ​, ພ້ອ​ມ​ກັນ​ຮັກ​ສາ ແລ​ະ ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ແບບ​ພິ​ເສດ ລະ​ຫວ່າງ ສອ​ງ​ປະ​ເທດ​ ສືບ​ຕໍ່​ພັດ​ທະ​ນາ​ຍືນ​ຍົງ​ຄົງ​ຕົວ, ສົ​ມ​ກັບ​ການ​ເສຍ​ສະຫຼະ​ເລືອດເນື້ອ ຂອງບັນ​ດາ​ລຸ່ນ​ປູ​ລຸ່ນ​ພໍ່ ​ສ​ອງ​ປະ​ເທດ ​ລາວ-ຫວຽດ​ ອ້າຍ​ນ້ອງ.

ຂ່າວ/ບົດ​ອື່ນ