ຖະຫວາຍເຂົ້າຕົ້ມແຕດບູຊາເຈົ້າຊີວິດຮຸ່ງເວືອງໃນໂອກາດບຸນເຕັດປີລະກາ

ຖະຫວາຍເຂົ້າຕົ້ມແຕດບູຊາເຈົ້າຊີວິດຮຸ່ງເວືອງໃນໂອກາດບຸນເຕັດປີລະກາ - ảnh 1
ທ່ານ​ເລຂາ​ຄະນະ​ພັກ​ນະຄອນ ດິງລາ​ທັງ ນຳ​ໜ້າ​ ​ໄດ້​ເຂົ້າ
​ຮ່ວມພິທີຖະຫວາຍ​ເຂົ້າຕົ້ມ​ແຕດບູຊາ​ເຈົ້າ​ຊີວິດ​ຮຸ່ງ​ເວື​ອງ​


(vovworld) - ວັນ​ທີ 24/1, ຄະນະ​ການ​ນຳ​ນະຄອນ ​ໂຮ່ຈີ​ມິນ, ​ໂດຍ​ທ່ານ​ເລຂາ​ຄະນະ​ພັກ​ນະຄອນ ດິງລາ​ທັງ ນຳ​ໜ້າ​ ​ໄດ້​ເຂົ້າ​ຮ່ວມພິທີຖະຫວາຍ​ເຂົ້າຕົ້ມ​ແຕດບູຊາ​ເຈົ້າ​ຊີວິດ​ຮຸ່ງ​ເວື​ອງ​ຢູ່​ວິຫານ​ເທື້ອງ, ​ເຂດ​ອະນຸ​ສະຖານ​ບັນດາ​ເຈົ້າ​ຊີວິດ ຮຸ່ງ (ຂຶ້ນ​ກັບ​ສວນສາທາລະນະ​ປະຫວັດສາດ - ວັດທະນະທຳ​ຊົນ​ເຜົ່າ) ​ເມືອງ 9, ນະຄອນ ​ໂຮ່ຈີ​ມິນ. ພິທີ​ຖະຫວາຍ​ບູຊາ​ຖີກດຳ​ເນີນ​ດ້ວຍ​ບັນດາ​ພິທີການ​ທີ່​ເປັນ​ມູນ​ເຊື້ອ, ​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີສັນ​ຊາດ ​ແລະ ​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຊາວ​ພາກ​ໃຕ້. ​ເຂົ້າຕົ້ມ​ແຕດ​ເພື່ອ​ຖະຫວາຍ​ບູຊາ​ເຈົ້າ​ຊີວິດ ຮຸ່ງ ​ແມ່ນ​ຖືກ​ເລືອກ​ເຟັ້ນຫໍ່​ທີ່​ງາມ ​ແລະ ​ແຊບ​ທີ່​ສຸດ​ໃນ​ງານ​ແຂ່ງຂັນ​ຕົ້ມ​ເຂົ້າຕົ້ມ​ແຕດ, ພ້ອມ​ກັບ​ຜະລິດ​ຕະພັນ​ພິ​ເສດ​ຂອງ​ພາກ​ໃຕ້. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ມູນ​ເຊື້ອ​ຖືກ​ຈັດ​ຕັ້ງ​ປະຈຳ​ປີ​ຂອງ​ນະຄອນ ​ໂຮ່ຈີ​ມິນ ​ໃນ​ໂອກາດ​ບຸນ​ເຕັດ, ຜ່ານ​ນັ້ນ​ສະ​ແດງ​ໃຫ້​ເຫັນ​ນຳ້​ໃຈ​ປະຊາ​ຄົມ, ຢືນຢັນ​ຄຸນງາມຄວາມດີ​ອັນ​ໃຫຍ່​ຫຼວງ​ຂອງ​ບັນດາ​ເຈົ້າ​ຊີວິດ ຮຸ່ງ, ຜູ້​ທີ່​ໄດ້​ກໍ່​ຕັ້ງ​ປະ​ເທດ, ພ້ອມ​ທັງ​ປະກອບສ່ວນ​ສຶກສາ​ມູນ​ເຊື້ອ​ຮັກ​ຊາດ, ປຸກລຸກ​ນຳ້​ໃຈ​ມະຫາ​ສາມັກຄີ​ໃນ​ໝູ່​ລຸ້ນໜຸ່ມ ​ແລະ ຊາວ​ນະຄອນ.

ຂ່າວ/ບົດ​ອື່ນ