ຖະແຫຼງການ ດ່ານັ້ງ “ສ້າງກຳລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ”

(VOVWORLD) - ທີ່ວາລະອັດກອງປະຊຸມບັນດາການນຳເສດຖະກິດ APEC ຄັ້ງທີ 25, ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການ ດ່ານັ້ງ  “ສ້າງກຳລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ”.
ຖະແຫຼງການ ດ່ານັ້ງ “ສ້າງກຳລັງໜູນໃໝ່, ພ້ອມກັນເພີ່ມພູນຄູນສ້າງອະນາຄົດລວມ” - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ ກ່າວຄຳເຫັນທີ່ການປະຊຸມຂ່າວ

ຖະແຫຼງການຊີ້ແຈ້ງວ່າ ການນຳ APEC ຕັດສິນໃຈພ້ອມກັນສືບຕໍ່ກະທຳຢ່າງແຂງແຮງກ່ວາ ເພື່ອສ້າງກຳລັງໜູນໃໝ່ໃຫ້ແກ່ການຮ່ວມມື APEC, ເພື່ອແນໃສ່ຊຸກຍູ້ການເຕີບໂຕແບບຍືນຍົງ, ມີຫົວຄິດປະດິດສ້າງ ແລະ ກວມລວມ, ເພີ່ມທະວີການເຊື່ອມຕໍ່ເສດຖະກິດພາກພື້ນ, ເສີມຂະຫຍາຍທຸກໆຄວາມສາມາດບົ່ມຊ້ອນ ຂອງບັນດາວິສາຫະກິດ, ພິເສດແມ່ນວິສາຫະກິດຂະໜາດນ້ອຍທີ່ສຸດ, ນ້ອຍ ແລະ ກາງ (MSMEs), ເພີ່ມທະວີການຄຳ້ປະກັນດ້ານສະບຽງອາຫານ ແລະ ກະສິກຳແບບຍືນຍົງ. ບັນດາການນຳ APEC ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາ ເພີ່ມທະວີຄວາມມານະພະຍາຍາມສ້າງອະນາຄົດລວມ ກ່ຽວກັບປະຊາຄົມ ອາຊີ - ປາຊີຟິກ ສັນຕິພາບ, ສະຖຽນລະພາບ, ຂະຫຍັນຂັນເຄື່ອນ, ຮ່ວມສຳພັນ ແລະ ວັດທະນາຖາວອນ. ບັນດາການນຳ APEC ສະໜັບສະໜູນໂຄງການດຳເນີນງານ 2030 ກ່ຽວກັບການພັດທະນາແບບຍືນຍົງ, ມຸ່ງໄປເຖິງການເຕີບໂຕກວມລວມ. ບັນດາການນຳ APEC ກໍ່ໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ຜັນຂະຫຍາຍພາລະໜ້າທີ່ຂອງ APEC ໃນການຊຸກຍູ້ການເຕີບໂຕເສດຖະກິດແບບຍືນຍົງ ແລະ ຄວາມວັດທະນາຖາວອນ ຢູ່ພາກພື້ນ ອາຊີ - ປາຊີຟິກ.

ຕາມຖະແຫລງການ ດ່ານັ້ງ, ບັນດາການນຳ APEC ຢືນຢັນ ຄຳໝັ້ນສັນຍາຍາວນານ ເພື່ອແນໃສ່ຮັບປະກັນ ອາຊີ - ປາຊີຟິກ ຂະຫຍັນຂັນເຄື່ອນ, ກວມລວມ ແລະ ວັດທະນະຖາວອນ ມ່ງໄປເຖິງອະນາຄົດລວມ - ມີຄວາມສາມາດຮັບມືກັບບັນດາສິ່ງທ້າທາຍ, ມີຄວາມຮັບຜິດຊອບຕໍ່ປະຊາຊົນ, ຄົນງານ ແລະ ວິສະຫະກິດ. ພ້ອມກັນນັ້ນ ຄຳໝັ້ນສັນຍາເຊີດຊຸກການພົວພັນຄູ່ຮ່ວມມື ຢູ່ ອາຊີ - ປາຊີຟິກ ໂດຍອີງໃສ່ຄວາມເຊື່ອໝັ້ນ ແລະ ການເຄົາລົບເຊິ່ງກັນ ແລະກັນ, ການຮ່ວມມືກວມລວມ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ບັນດາການນຳ ກໍສົ່ງເສີມການເຂົ້າຮ່ວມຂອງບັນດາຝ່າຍກ່ຽວຂ້ອງເຂົ້າໃນການຮ່ວມມື APEC, ຈາກນັ້ນ ບັນດາຜົນງານຂອງການຮ່ວມມືສາມາດນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນຢູ່ ອາຊີ - ປາຊີຟີກ ຫລາຍກວ່າ.

ບັນດາການນຳ APEC ມີຄຳໝັ້ນສັນຍາ ຊຸກຍູ້ການຮ່ວມມື ແລະ ສົມທົບກັບບັນດາອົງການ, ເວທີປາໄສສາກົນ ແລະ ພາກພື້ນອື່ນ, ພ້ອມທັງເພີ່ມທະວີບົດບາດການນຳທົ່ວໂລກຂອງ APEC ໃນການແກ້ໄຂບັນດາສິ່ງທ້າທາຍເສດຖະກິດຮີບດ່ວນ.

ຖະແຫລງການ ດ່ານັ້ງ ເນັ້ນຫນັກບັນດາການນຳ APEC ຊົມເຊີຍເລື່ອງສ້າງຕັ້ງ ກຸ່ມວິໄສທັດ APEC ເພື່ອແນໃສ່ຫນູນຊ່ວຍບັນດາເຈົ້າຫນ້າທີ່ອະວຸໂສໃນການສ້າງວິໄສທັດປີ 2020, ໃນນັ້ນ ລວມມີການທາບທາມກັບບັນດາຝ່າຍກ່ຽວຂ້ອງ. ວິໄສທັດນີ້ ຈະເສີມຂະຫຍາຍບັນດາຜົນງານ ຊື່ງ APEC ບັນລຸໄດ້, ແກ້ໄຂບັນດາວຽກງານທີ່ຍັງບໍ່ທັນປະຕິບັດສຳເລັດ ແລະ ສຳຫລວດບັນດາຂົງເຂດຮ່ວມມືໃຫມ່ເພື່ອຍົກສູງປະສິດທິຜົນການຮັບມືກັບບັນດາສິ່ງທ້າທາຍຢ່າງມີປະສິດທິຜົນ ແລະ ບັນຫາຮີບດ່ວນໃຫມ່ ແລະ ຫາກໍ່ເກີດຂຶ້ນ ຈະດຳເນີນໃນທົດສະວັດຈະມາເຖິງ.

 

ຕອບກັບ

ຂ່າວ/ບົດ​ອື່ນ