ຖະ​ແຫຼງ​ການ​ ​ວິ​ໄສ​ທັດ ລວ​ມ​ລະ​ຫວ່າງ ອາ​ເມ​ລິ​ກາ, ຍີ່​ປຸ່ນ ແລະ ຟີ​ລິບ​ປິນ

(VOVWORLD) - ຖະແຫຼງການຮ່ວມ ອາເມລິກາ - ຍີ່ປຸ່ນ - ຟີລິບປິນ ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາລວມກ່ຽວກັບມະຫາສະໝຸດ ອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ, ເຊື່ອມຕໍ່, ວັດທະນາຖາວອນ, ປອດໄພ, ກວມລວມ ແລະ ເພີ່ມຄວາມເຂັ້ມແຂງດ້ວຍຕົນເອງ.
ຖະ​ແຫຼງ​ການ​ ​ວິ​ໄສ​ທັດ ລວ​ມ​ລະ​ຫວ່າງ ອາ​ເມ​ລິ​ກາ, ຍີ່​ປຸ່ນ ແລະ ຟີ​ລິບ​ປິນ - ảnh 1ທ່ານປະທານາທິບໍດີ ຟີລິບປິນ Ferdinand Marcos, ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio (ພາບ: Nikkei)

ກອງປະຊຸມສຸດຍອດ 3 ຝ່າຍຄັ້ງທຳອິດ ລະຫວ່າງ ອາເມລິກາ, ຍີ່ປຸ່ນ ແລະ ຟີລິບປິນ ໄດ້ດຳເນີນໃນວັນທີ 11 ເມສາ ຢູ່ວໍຊິງຕັນ, ອາເມລິກາ. ພາຍຫຼັງກອງປະຊຸມ, ບັນດາຝ່າຍໄດ້ອອກຖະແຫຼງການວິໄສທັດລວມ ລະຫວ່າງສາມປະເທດ. ກອງປະຊຸມສຸດຍອດ ມີການເຂົ້າຮ່ວມຂອງທ່ານປະທານາທິບໍດີ ອາເມລິກາ Joe Biden, ທ່ານປະທານາທິບໍດີ ຟີລິບປິນ Ferdinand Marcos, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio.

ຖະແຫຼງການຮ່ວມ ອາເມລິກາ - ຍີ່ປຸ່ນ - ຟີລິບປິນ ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາລວມກ່ຽວກັບມະຫາສະໝຸດ ອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ, ເຊື່ອມຕໍ່, ວັດທະນາຖາວອນ, ປອດໄພ, ກວມລວມ ແລະ ເພີ່ມຄວາມເຂັ້ມແຂງດ້ວຍຕົນເອງ. ການນຳສາມປະເທດ ຢັ້ງຢືນຈະສະໜັບສະໜູນຕໍ່ບົດບາດເປັນໃຈກາງ ລະ ມີລັກສະນະເປັນເອກະພາບຂອງ ອາຊຽນ ກໍ່ຄືວິໄສທັດ ມະຫາສະໝຸດ ອິນເດຍ - ປາຊີຟິກ ຂອງ ອາຊຽນ. ຖະແຫຼງການຮ່ວມກໍ່ເນັ້ນໜັກເຖິງການສະໜັບສະໜູນພາກພື້ນ ມະຫາສະໝຸດ ອິນເດຍ - ປາຊີຟິກ ແຫ່ງສັນຕິພາບ, ມີສະຖຽນລະພາບ ແລະ ອີງຕາມກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ