ຖະ​ແຫຼ​ງການ​ຂອງ​ສະພາ​ຄວາມ ໝັ້ນຄົງສະຫະ​ປະຊາ​ຊາດ ກ່ຽວ​ກັບ​ບັນ​ຫາ ຊີຣີ

ຖະ​ແຫຼ​ງການ​ຂອງ​ສະພາ​ຄວາມ ໝັ້ນຄົງສະຫະ​ປະຊາ​ຊາດ ກ່ຽວ​ກັບ​ບັນ​ຫາ ຊີຣີ - ảnh 1

ສະພາ​ຄວາມໝັ້ນຄົງສະຫະ​ປະຊາ​ຊາດ ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາຊີຣີ

(ພາບ: dantri.com.vn)

( vovworld ) ​​​​ປະຊາ​ຄົມ​ໂລກ​ສືບ​ຕໍ່​ມີ​ຄວາມ​ມານະ​ພະຍາຍາມ​ແກ້​ໄຂສະພາບ​ເສິກ​ກາງ​ເມືອງ​ອັນ​ນອງ​ເລືອດ​ທີ່​ແກ່ຍາວ​ຢູ່​ປະ​ເທດ​ຊີຣີ. ວັນ​ທີ 22/3, ທ່ານ​ເລຂາທິການ​ໃຫ່ຍສະຫະ​ປະຊາ​ຊາດ Ban Ki Moon ຖື​ວ່າສະພາ​ຄວາມໝັ້ນຄົງສະຫະ​ປະຊາ​ຊາດ ​ໄດ້​ສົ່ງ​ສານ​​ເຖິງ​ຊີຣີ ​ໂດຍຊີ້​ແຈ້ງວ່າ ຕ້ອງ​ຢຸດຕິທຸກໆ​ຮູບ​ການ​ໃຊ້​ຄວາມ​ຮຸນ​ແຮງ ​ແລະ ຕ້ອງ​ມີ​ການ​ເຈລະຈາ​ດ້ານ​ການ​ເມືອງ​ຢ່າງ​ກ້ວາງ​ຂວາງ ກ່ຽວ​ກັບ​ມາດ​ຕະການ​ໃຫ້​ແກ່​ບັນຫາ​ຊີຣີ. ​ໃນ​ວັນ​ດຽວ​ກັນ, ຈີນ ປະກາ​ດວ່າ​ຈະ​ສືບ​ຕໍ່​ສະໜັບສະໜູນ​ບັນດາ​ຄວາມ​ມານະ​ພະຍາຍາມ​ໄກ່​ເກັ່ຍປອງ​ດອງຂອງ​ໂລກ ​ໃຫ້​ແກ່​ບັນຫາ​ຊີຣີ. ກ່າວຄຳ​ເຫັນທີ່​ການ​ປະຊຸມ​ຂ່າວ​ປະຈຳ​ເດືອນ​ຢູ່​ນະຄອນຫຼວງ​ປັກ​ກີ​ງ, ທ່ານ​ຫົງ​ໂລ​ຍ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ສະ​ແດງ​ຄວາມ​ຫວັງ​ວ່າສະພາ​ຄວາມໝັ້ນຄົງສະຫະ​ປະຊາ​ຊາດ ຈະ​ສາມັກຄີ​, ສະໜັບສະໜູນບັນດາ​ຄວາມ​ມານະ​ພະຍາຍາມ​ໄກ່​ເກັ່ຍປອງ​ດອງ​ຢູ່​ຊີຣີ ​ໂດຍ​ທູດ​ພິ​ເສດ Koffi Annan ສະ​ເໜີ. ສ່ວນ​ທ່ານ​ປະທານ​ກຳມາ​ທິການການ​ຕ່າງປະ​ເທດ​ສະພາ​ສູງ​ລັດ​ເຊຍ Mikhail Margelov ປະກາດ​ວ່າ, ປະທານາທິບໍດີ ຊີຣີ  Bashar al Assad ຄວນ​ປະຕິບັດ​ບາດກ້າວ​ເດີນ​ທຳ​ອິດ ກ້າວ​ໄປ​ເຖິງ​ການ​ແກ້​ໄຂ​ການ​ປະ​ທະ​ກັນ​ຢູ່​ປະ​ເທດ​ນີ້ ດ້ວຍ​ວິທີ​ຖອນ​ກຳລັງ​ອອກ​ຈາກ​ນະຄອນ​ຕ່າງໆ ​ແລະ ອະນຸຍາດ​ການ​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຊ່ວຍ​ເຫຼືອ​ມະນຸ​ດ ສະ​ທຳ. ຄຳ​ປະກາດ​ດັ່ງກ່າວ​ໄດ້​ເປັນ​ຂີດ​ໝາຍ​ຂອງ​ການ​ປ່ຽນ​ແປງ​​​ຫຼັກ​ໝັ້ນ​ຂອງ​ລັດ​ເຊຍ ​ກ່ຽວ​ກັບ​ບັນຫາຊີຣີ ຢ່າງ​ຈະ​ແຈ້ງ.

   ​ໃນ​ຂະນະ​ນັ້ນ, ການ​ປະ​ທະ​ກັນ​ຄັ້ງຕ່າງໆ​ຍັງ​ສືບ​ຕໍ່​ເກີດ​ຂຶ້ນ​ຢູ່​ຫຼາຍ​ທ້ອງ​ຖິ່ນ​ຂອງ​ຊີຣີ, ​ໂດຍ​ບໍ່​ຫົວຊາ​ຕໍ່​ເລື່ອງສະພາ​ຄວາມໝັ້ນຄົງສະຫະ​ປະຊາ​ຊາດ ຮັບຮອງ​ເອົາ​ຖະ​ແຫຼ​ງການ​ສະໜັບສະໜູນ​ແຜນການ​ແກ້​ໄຂ​ສະພາບ​ຂາດ​ສະຖຽນ​ລະ​ພາບ​ທີ່​ແກ່ຍາວ​ຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້.



ຂ່າວ/ບົດ​ອື່ນ