ຖະ​ແຫຼ​ງການ​ປະທານ ກ່ຽວ​ກັບ​ການ​ລົງ​ໂທດ​ສປປເກົາຫຼີ

ຖະ​ແຫຼ​ງການ​ປະທານ ກ່ຽວ​ກັບ​ການ​ລົງ​ໂທດ​ສປປເກົາຫຼີ - ảnh 1
(ພາບ:viet.rfi.fr)

( vovworld ) – ວັນ​ທີ 16/4,​ ສະພາ​ຄວາມໝັ້ນຄົງສະຫະ​ຫະຊາ​ຊາດ ​ໄດ້​ເຫັນ​ດີຮັບຮອງ​ເອົາ​ຖະ​ແຫຼ​ງການ​ປະທານ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ລົງ​ໂທດ​ຕໍ່ສາທາລະນະ​ລັດ ປະຊາຊົນ ປະຊາທິປະ​ໄຕ​ເກົາຫຼີ ພາຍຫຼັງ​ການ​ຍິງ​ດາວ​ທຽມ​ປະລາ​ໄຊ​ຂອງ​ປະ​ເທດ​ນີ້​ໃນ​ທ້າ​ຍອາທິດ​ກ່ອນ ພ້ອມ​ທັງ​ກ່າວ​ເຕືອນ​ວ່າສະພາ​ຄວາມໝັ້ນຄົງສະຫະ​ຫະຊາ​ຊາດ ຈະ “ມີ​ການ​ກະທຳ​ຢ່າງ​ແຮງ​ກ່ວາ​ອີກ“ ຖ້າ​ຫາກ​ວ່າ​ປະ​ເທດ​ນີ້​ສືບ​ຕໍ່​ດຳ​ເນີນ​ບັນດາ​ການ​ທົດ​ລອງ​ນິວ​ເຄຼຍ ຫຼື​ລູກສອນ​ໄຟ​ນຳ​ວິຖີ​ໃໝ່. ຖະ​ແຫຼ​ງການ​ຊີ້​ແຈ້ງວ່າ ​ໂດຍ​ອີງ​ຕາມ​ບັນດາ​ມະຕິ​ລົງ​ໂທດ​ສາທາລະນະ​ລັດ ປະຊາຊົນ ປະຊາທິປະ​ໄຕ​ເກົາຫຼີ ຊື່​ງຖືກ​ຈັດ​ວາງ​ເມື່ອ​ປີ 2006 ​ແລະ 2009 ພາຍຫຼັງ​ທີ່​ປະ​ເທດ​ນີ້​ດຳ​ເນີນ​ການ​ທົດ​ລອງ​ອາວຸດ​ນິວ​ເຄຼຍ, ສະພາ​ຄວາມໝັ້ນຄົງສະຫະ​ຫະຊາ​ຊາດ ຕົກລົງ “ດັດປັບບັນດາ​ມາດ​ຕະການ​ລົງ​ໂທດ“ ນີ້ ​ແລະ ຮຽກຮ້ອງ​ໃຫ້​ຄະນະ​ກຳມະການ​ລົງ​ໂທດ​ຂອງ​ສະຫະ​ຫະຊາ​ຊາດ ຈົ່ງ​ສ້າງ​ບັນຊີ​ລາຍ​ຊື່​ບັນດາ​ສ່ວນ​ບຸກຄົນ, ອົງການ​ຈັດຕັ້ງ ພ້ອມ​ກັບ​ບັນດາ​ປະ​ເພດ​ສິນ​ຄ້າ​ແມ່ນ​ເປົ້າໝາຍ​ຕ້ອງ​ຖືກລົງ​ໂທດ​​ໃຫ້ສຳ​ເລັດ ຍື່ນສະ​ເໜີ​ຕໍ່ສະພາ​ຄວາມໝັ້ນຄົງສະຫະ​ຫະຊາ​ຊາດ ​ໃນ​ຮອບ​ເວລາ 15 ວັນ​ທີ່​ຈະ​ມາ​ເຖິງ. ຖະ​ແຫຼ​ງການ​ດັ່ງກ່າວ​ກໍ່​ກ່າວ​ປະນາມ​ວ່າ ການ​ຍິງ​ລູກ​ສອນ​ໄຟ​ນຳ​ດາວ​ທຽມ​ຂອງ​ສາທາລະນະ​ລັດ ປະຊາຊົນ ປະຊາທິປະ​ໄຕ​ເກົາຫຼີ ​ແລະ ຖື​ວ່າ ນີ້​ແມ່ນ​ການລະ​ເມີດ​ບັນດາ​ມະຕິ​ຂອງ​ສະຫະ​ຫະຊາ​ຊາດ ຢ່າງ​ຮ້າຍ​ແຮງ.

ຂ່າວ/ບົດ​ອື່ນ