ຖະແຫຼງການຢຸດຕິສົງຄາມຈະສ້າງກຳລັງໜູນດີທີ່ສຸດເພື່ອທຳລາຍສະພາບບໍ່ມີທາງອອກໃນແຫຼມເກົາຫຼີ

(VOVWORLD) -ເຖິງວ່າການພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ບັນລຸໄດ້ບາງຜົນງານໃຫຍ່ກໍ່ຕາມ ແຕ່ກໍ່ມີບາງຢ່າງທີ່ໜ້າເສຍດາຍ, ໂດຍສະເພາະແມ່ນຂັ້ນຕອນການສ້າງແກຼມ ເກົາຫຼີ ໃຫ້ປອດນິວເຄຼຍ
ຖະແຫຼງການຢຸດຕິສົງຄາມຈະສ້າງກຳລັງໜູນດີທີ່ສຸດເພື່ອທຳລາຍສະພາບບໍ່ມີທາງອອກໃນແຫຼມເກົາຫຼີ - ảnh 1(ພາບປະກອບ: AFP/TTXVN)

ຕອນບ່າຍວັນທີ 22 ກຸມພາ, ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Kim Boo kyum ໄດ້ຈັດການປະຊຸມຖະແຫຼງຂ່າວຕໍ່ນັກຂ່າວຕ່າງປະເທດຢູ່ ສະໂມສອນນັກຂ່າວຕ່າງປະເທດປະຈຳ ເຊີອຸນ (SFCC) ເພື່ອແຈ້ງບາງບັນຫາຢູ່ພາຍໃນ ແລະ ສາກົນທີ່ໜ້າສົນໃຈ.

ໃນນັ້ນ, ສິ່ງທີ່ໜ້າສົນໃຈແມ່ນການພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ. ທ່ານນາຍົກລັດຖະມົນຕີ Kim Boo kyum ຖືວ່າ, ເຖິງວ່າການພົວພັນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ບັນລຸໄດ້ບາງຜົນງານໃຫຍ່ກໍ່ຕາມ ແຕ່ກໍ່ມີບາງຢ່າງທີ່ໜ້າເສຍດາຍ, ໂດຍສະເພາະແມ່ນຂັ້ນຕອນການສ້າງແກຼມ ເກົາຫຼີ ໃຫ້ປອດນິວເຄຼຍ ແລະ ບັນດາສະພາບການບໍ່ມີທາງອອກໃນແກຼມ ເກົາຫຼີ. ທ່ານນາຍົກລັດຖະມົນຕີ Kim Boo kyum ເນັ້ນໜັກວ່າ ຖະແຫຼງການຢຸດຕິສົງຄາມ ຈະສ້າງກຳລັງໜູນດີທີ່ສຸດເພື່ອທຳລາຍສະພາບບໍ່ມີທາງອອກປະຈຸບັນໃນແກຼມ ເກົາຫຼີ ແລະ ເຊື່ອມຕໍ່ການເຈລະຈາຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ