ຖະແຫຼງການລັດຖະມົນຕີການຕ່າງປະເທດ ອາຊຽນ ກ່ຽວກັບການຮັກສາ ແລະ ຊຸກຍູ້ສະຖຸຽນລະພາບຢູ່ເຂດທະເລທີ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້

(VOVWORLD) -  ຖະແຫຼງການໄດ້ຢັ້ງຢືນວ່າ: ອາຊຽນ ຕິດຕາມກວດກາ ແລະ ມີຄວາມວິຕົກວັງວົນຕໍ່ບັນດາການຜັນແປໃນໄລຍະມໍ່ໆມານີ້ຢູ່ທະເລຕາເວັນອອກ. ບົນພື້ນຖານນັ້ນ, ລັດຖະມົນຕີການຕ່າງປະເທດ ອາຊຽນ “ຢັ້ງຢືນຄືນໃໝ່ລັກສະນະຈຳເປັນຂອງການຟື້ນຟູ ແລະ ເພີ່ມທະວີຄວາມເຊື່ອໝັ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈ
ຖະແຫຼງການລັດຖະມົນຕີການຕ່າງປະເທດ ອາຊຽນ ກ່ຽວກັບການຮັກສາ ແລະ ຊຸກຍູ້ສະຖຸຽນລະພາບຢູ່ເຂດທະເລທີ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ - ảnh 1ພາບປະກອບ

ວັນທີ 30 ທັນວາ, ບັນດາລັດຖະມົນຕີການຕ່າງປະເທດ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ອອກຖະແຫຼງການລັດຖະມົນຕີການຕ່າງປະເທດ ອາຊຽນ ກ່ຽວກັບການຮັກສາ ແລະ ຊຸກຍູ້ສະຖຽນລະພາບຢູ່ເຂດທະເລ ພາກພື້ນອາຊີຕາເວັນອອກສ່ຽງໃຕ້.

                ຖະແຫຼງການໄດ້ຢັ້ງຢືນວ່າ: ອາຊຽນ ຕິດຕາມກວດກາ ແລະ ມີຄວາມວິຕົກວັງວົນຕໍ່ບັນດາການຜັນແປໃນໄລຍະມໍ່ໆມານີ້ຢູ່ທະເລຕາເວັນອອກ. ບົນພື້ນຖານນັ້ນ, ລັດຖະມົນຕີການຕ່າງປະເທດ ອາຊຽນ “ຢັ້ງຢືນຄືນໃໝ່ລັກສະນະຈຳເປັນຂອງການຟື້ນຟູ ແລະ ເພີ່ມທະວີຄວາມເຊື່ອໝັ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈ, ລະງັບໃຈເມື່ອດຳເນີນບັນດາການເຄື່ອນໄຫວອາດຈະເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ຫຼື ຄວາມຂັດແຍ້ງເພີ່ມຂຶ້ນ ແລະ ສົ່ງຜົນກະທົບເຖິງສັນຕິພາບ, ສະຖຽນລະພາບ; ຫຼີກລ້ຽງບັນດາການກະທຳອາດຈະເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ແລະ ແກ້ໄຂບັນດາການຂັດແຍ້ງໂດຍສັນຕິວິທີບົນພື້ນຖານເຄົາລົບບັນດາຫຼັກການໄດ້ຮັບການຮັບຮູ້ຢ່າງກ້ວາງຂວາງ ຂອງກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982)”

          ບັນດາລັດຖະມົນຕີການຕ່າງປະເທດພ້ອມກັນ “ເນັ້ນໜັກຄວາມສຳຄັນຂອງການປະຕິບັດຢ່າງຄົບຖ້ວນ ແລະ ມີປະສິດທິຜົນສຳລັບຖະແຫຼງການກ່ຽວກັບການປະພືດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ຄຳໝັ້ນສັນຍາຮ່ວມມືຢ່າງແໜ້ນແຟ້ນເພື່ອບັນລຸກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມິປະສິດທິຜົນ, ແທດຈິງໂດຍໄວ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS 1982”

ຕອບກັບ

ຂ່າວ/ບົດ​ອື່ນ