ຖະແຫຼງການລົບລ້າງຄຳສັ່ງຂວຳ້ບາດອາວຸດສຳລັບຫວຽດນາມດຶງດູດຄວາມສົນໃຈຂອງສື່ສານສາກົນ

ຖະແຫຼງການລົບລ້າງຄຳສັ່ງຂວຳ້ບາດອາວຸດສຳລັບຫວຽດນາມດຶງດູດຄວາມສົນໃຈຂອງສື່ສານສາກົນ - ảnh 1
ສຳນັກຂ່າວສານ CNN ໄດ້ໃຫ້ຂ່າວກ່ຽວກັບຖະແຫຼງການລົບ​ລ້າງ​ຄຳ​ສັ່ງ​ຂວຳ້​ບາດ​​ອາ​ວຸດລ້າງ​ຜານ​ຢ່າງ​ສົມບູນສຳລັບ ຫວຽດນາມ
(ພາບ: baotintuc)

(vovworld) – ​ ​ ພາຍ​ລັງ​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ຖະ​ແຫຼງລົບ​ລ້າງ​ຄຳ​ສັ່ງ​ຂວຳ້​ບາດ​​ອາ​ວຸດລ້າງ​ຜານ​ຢ່າງ​ສົມບູນສຳລັບ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ການ​ຢ້ຽມຢາມ ຫວຽດນາມ ​ແຕ່​ວັນ​ທີ 23 – 25/5, ສື່ສານ​ສາກົນ​ໄດ້​ມີ​ຫຼາຍບົດ​ຂຽນ, ​ຂ່າວ​ຫຼາຍກ່ຽວ​ກັບ​ເຫດການ​ນີ້.

        ບັນດາ​ສຳນັກ​ຂ່າວສານ, ໜັງສືພິມ​ໃຫຍ່​ຂອງ ຝຣັ່ງ ​ແລະ ​ເອີ​ລົບ​ຄື: Le Monde, RFI, AFP, Reuters, BBC… ລ້ວນ​ແຕ່​ໃຫ້​ຂ່າວ​ໃນ​ໜ້າ​ຫຼັກ, ດ້ວຍ​ຫົວ​ຂໍ້ ​ແລະ ຮູບ​ຖ່າຍ​​ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Obama ​ປະຊຸມ​ຂ່າວ​ພ້ອມກັບ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍກວາງ. RFI ​ໄດ້​ໃຫ້​ຂໍ້​ສັງ​​ເກດ​ວ່າ: ທ່ານ​ປະທານາທິບໍດີ Barack Obama ຢັ້ງຢືນ​ວ່າ: ການ​ລົບ​ລ້າງ​ຄຳ​ສັ່ງຫ້າມຂາຍອາວຸດລ້າງຜານ ​ແມ່ນ​ເພື່ອ​ແນ​ໃສ່​ປະຕິ​ບັດ​ສຳ​ເລັດ​ວິວັດທະນາ​ການສ​້າງການ​ພົວພັນ​ເປັນ​ປົກກະຕິທີ່ ອາ​ເມລິ​ກາ ພວມ​ປະຕິບັດ​ສຳລັບ ຫວຽດນາມ. ສຳນັກ​ຂ່າວສານ AFP ​ໃຫ້​ຂໍ້​ສັງ​ເກດ​ວ່າ: ​ເລື່ອງ​ລົບ​ລ້າງ​ຄຳ​ສັ່ງ​ຂວຳ້​ບາດ​ດ້ານ​ເສດຖະກິດ​ປີ 1994 ​ແລະ ​ເລື່ອງ​ສ້າງ​ການ​ພົວພັນທາງ​ການ​ທູດ​ເປັນ​ປົກກະຕິ​ໃນ​ປີ 1995, ຂໍ້​ຕົກລົງ​ລົບ​ລ້າງ​ຄຳ​ສັ່ງ​ຫ້າມ​ຂາຍ​ອາວຸດ​ລ້າງຜານໃຫ້​ແກ່ ຫວຽດນາມ ມີ​ລັກສະນະ​​ເປັນສັນຍາ​ລັກ​ສູງ.

        ດ້ວຍ​ຫົວ​ຂໍ້​ວ່າ “ບາດກ້າວ​ປະຫວັດສາດ - ອາ​ເມ​ລິ​ກາ ລົບ​ລ້າງ​ຄຳ​ສັ່ງ​ຂວຳ້​ບາດ​ດ້ານ​ອາວຸດ​ສຳລັບ ຫວຽດນາມ”, ໜັງ​ສື​ພິມ​ໄປສະນີ ວໍ​ຊິງ​ຕັນ ​ໃຫ້​ຮູ້​ວ່າ: ຂໍ້​ຕົກລົງ​ນີ້​ຂອງ​ ອາ​ເມ​ລິ​ກາ ສະ​ແດງ​ໃຫ້​ເຫັນ​ການ​ພົວພັນ​​ລະຫວ່າງ ອາ​ເມ​ລິ​ກາ - ຫວຽດນາມ ນັບ​ມື້​ນັບ​ດີ​ຂຶ້ນ. ໜັງສືພິມ​ສະບັບ​ນີ້​ໄດ້​ຄັດ​ສະ​ເໜີຖະ​ແຫຼ​ງການ​ຂອງ​ທ່ານ​ປະທານາທິບໍດີ Barack Obama ​ເມື່ອ​ປະກາດ​ລົບ​ລ້າງ​ຄຳ​ສັ່ງຂວຳ້​ບາດ​ດ້ານ​ອາວຸດສຳລັບ ຫວຽດນາມ ຢ່າງ​ສົມ​ບູນ, ນັ້ນ​ແມ່ນ​ອີງ​ໃສ່​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ສຳ​ເລັດ​ວິວັດ​ທະ​ນາ​ການ​ຍາວ​ນານ​ມຸ່ງ​ໄປ​ເຖິງ​​ເລື່ອງ​ສ້າງ​ການ​ພົວພັນ​ກັບ ຫວຽດນາມ ​ເປັນ​ປົກກະຕິ. ວາລະ​ສານ ຖະໜົນ Wall ມີ​ບົດ​ຂຽນ​ຖື​ວ່າ: ​ເລື່ອງ​ອາ​ເມ​ລິ​ກາ ລົບ​ລ້າງ​ຄຳ​ສັ່ງ​ຂວຳ້ບາດ​ດ້ານ​ອາວຸດລ້າງຜານສຳລັບ ຫວຽດນາມ ​ແມ່ນ​ການ​ປ່ຽນ​ແປງ​ໃຫຍ່​ໃນ​ນະ​ໂຍບາຍ, ​ເປີດຊ່ອງທາງ​ໃຫ້​ແກ່​ການ​ພົວພັນ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນລະຫວ່າງ 2 ປະ​ເທດ​ກ່ວາ​ອີກ.

        ​ໃນ​ຂະນະ​ນັ້ນ, ສຳນັກ​ຂ່າວສານ Reuters ຂອງ​ອັງ​ກິດ ຖື​ວ່າ: ຂໍ້​ຕົກລົງ​ລົບ​ລ້າງ​ຄຳ​ສ່ັງຂວຳ້​ບາດ​ດ້ານ​ອາ​ວຸດ​ລ້າງຜານຢ່າງ​ສົມບູນສຳລັບ ຫວຽດນາມ ​ຂອງ​ທ່ານ​ປະທານາທິບໍດີ Obama ​ແມ່ນ​ບາດກ້າວ​ປະຫວັດສາດ, ​ເປີດ​ໄລຍະ​​ໃໝ່​ໃນ​ການ​ພົວພັນ 2 ຝ່າຍ. ສຳນັກ​ຂ່າວສານ ANSA ຂອງ ອີ​ຕາ​ລີ ກໍ່​ຕີ​ລາ​ຄາ​ເລື່ອງ ປະທານາທິບໍດີ Barack Obama ຖະ​ແຫຼ​ງລົບ​ລ້າງ​ຄຳ​ສັ່ງ​ຂວຳ້​ບາດ​ດ້ານ​ອາ​ວຸດ​ລ້າງຜານສຳລັບ ຫວຽດນາມ ​ແມ່ນ​ເຫດການ “ມີ​ລັກສະນະ​ປະຫວັດສາດ”.

ຂ່າວ/ບົດ​ອື່ນ