ຖະ​ແຫຼງ​ການ​ອາ​ຊຽນກ່ຽວ​ກັບ​ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​

(VOVWORLD) -ໃນຂອບເຂດບັນດາໂຄງການຂອງປີປະທານອາຊຽນ 2020, ກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ໄດ້ຮັບການຈັດຕັ້ງດ້ວຍຮູບການທາງອອນລາຍ ແລະ ປະສົບຜົນສຳເລັດຢ່າງຈົບງາມ. 
ຖະ​ແຫຼງ​ການ​ອາ​ຊຽນກ່ຽວ​ກັບ​ການ​ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ - ảnh 1ກອງປະຊຸມສຸດຍອດອາຊຽນຄັ້ງທີ 36 (ພາບ:  baoquocte.vn

ບັນດາການນຳລັດ ແລະ ລັດຖະບານ ຂອງບັນດາປະເທດອາຊຽນ ໄດ້ອອກຖະແຫຼງການອາຊຽນກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ ດ້ວຍບັນດາເນື້ອໃນຄືດັ່ງນີ້:

        ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາສຳລັບວິໄສທັດອາຊຽນ 2025 ກ່ຽວກັບການສ້າງປະຊາຄົມອາຊຽນ ມຸ່ງໄປເຖິງມະນຸດ ແລະ ຖືມະນຸດເປັນໃຈກາງ.

        ຄຳໝັ້ນສັນຍາປະກອບຄວາມຮູ້ໃຫ້ແກ່ແຫຼ່ງຊັບພະຍາກອນມະນຸດອາຊຽນ ດ້ວຍບັນດາທັກສະເພື່ອກະກຽມໃຫ້ແກ່ອະນາຄົດ, ຜ່ານນັ້ນເຮັດໃຫ້ເຂົ້າເຈົ້າສາມາດຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງ.

        ຢັ້ງຢືນວິໄສທັດສຳຄັນຂອງບັນດາຄວາມມານະພະຍາຍາມລວມໃນພາກພື້ນ ແລະ ຢູ່ແຕ່ລະປະເທດສະມາຊິກ ແລະ ການເຂົ້າຮ່ວມຢ່າງແຮງກ່ວາອີກຂອງບັນດາວິສາຫະກິດ ແລະ ຂະແໜງອຸດສາຫະກຳ ເພື່ອແນໃສ່ຍູ້ໄວບັນດາຄວາມມານະພະຍາຍາມໃນການກະກຽມແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ອະນາຄົດຂອງ ອາຊຽນ.

        ເຫັນດີເປັນເອກະພາບ ສ້າງຕັ້ງວິວັດທະນາການປະຕິບັດຖະແຫຼງການນີ້ ຜ່ານບັນດາຍຸດທະສາດ ແລະ ການກະທຳຢ່າງລະອຽດເພື່ອ ປະກອບສ່ວນເຂົ້າບັນດາແຜນການປະຕິບັດງານຂອງກອງປະຊຸມລັດຖະມົນຕີກະຊວງແຮງງານ ອາຊຽນ (ALMM), ກອງປະຊຸມລັດຖະມົນຕີການສຶກສາ ອາຊຽນ (ASED), ສະພາສຶກສາວິອາຊີບ ອາຊຽນ (ATC) ແລະ ບັນດາອົງການສະເພາະຂະແໜງງານທີ່ກ່ຽວຂ້ອງຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ