ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ - ຝ​ລັ່ງ ຢັ້ງ​ຢືນ​ຄືນໃໝ່​ຄວາມ​ປາ​ດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕໍ່​ໜ້າ​ສິ່ງ​ທ້າ​ທາຍ​ລວມ

(VOVWORLD) -ຝລັ່ງ ແລະ ຫວຽດນາມ ຈະສາມັກຄີກັນຮັບມືກັບຜົນຕາມມາຂອງໂລກລະບາດໂຄວິດ - 19 ໃນດ້ານເສດຖະກິດ - ສັງຄົມ. ສອງຝ່າຍຢັ້ງຢືນຄືນຄວາມຕັດສິນໃຈ ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ແນໃສ່ໜູນຊ່ວຍການຟື້ນຟູເສດຖະກິດ. ບົນເນື້ອໃນຈິດໃຈດັ່ງກ່າວ, ສອງຝ່າຍຈະຈັດຕັ້ງການສົນທະນາຂັ້ນສູງເສດຖະກິດ ເຊິ່ງເປັນເວທີປາໄສຕົ້ນຕໍຂອງການສົນທະນາເສດຖະກິດສອງຝ່າຍ, ໃນເດືອນມັງກອນ ປີ 2022.
ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ - ຝ​ລັ່ງ ຢັ້ງ​ຢືນ​ຄືນໃໝ່​ຄວາມ​ປາ​ດ​ຖະ​ໜາ​ຢາກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຕໍ່​ໜ້າ​ສິ່ງ​ທ້າ​ທາຍ​ລວມ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບທ່ານນາຍົກລັດຖະມົນຕີ ຝລັ່ງ Jean Castex (ພາບ: TTXVN)

ເນື່ອງໃນໂອກາດການຢ້ຽມຢາມ ສ. ຝລັ່ງ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ນັບແຕ່ວັນທີ 3  - 5 ພະຈິກ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຝລັ່ງ Jean Castex, ສອງຝ່າຍໄດ້ອອກຖະແຫຼງການຮ່ວມ. ຖະແຫຼງການສະບັບດັ່ງກ່າວ ໄດ້ຢັ້ງຢືນຄວາມສຳຄັນຂອງການພົວພັນຮ່ວມຄັ້ງປະຫວັດສາດ ລະຫວ່າງ ຫວຽດນາມ ແລະ ຝລັ່ງ ໃນຂົງເຂດສາທາລະນະສຸກ, ໂດຍມີຕົ້ນກຳເນີດມາຈາກການສ້າງຕັ້ງ ສະຖາບັນ Pasteur ແຫ່ງທຳອິດ ປະຈຳຢູ່ຕ່າງປະເທດໃນປີ 1891, ຕາມຂໍ້ລິເລີ່ມຂອງ Louis Pasteur.

        ຝລັ່ງ ແລະ ຫວຽດນາມ ຈະສາມັກຄີກັນຮັບມືກັບຜົນຕາມມາຂອງໂລກລະບາດໂຄວິດ - 19 ໃນດ້ານເສດຖະກິດ - ສັງຄົມ. ສອງຝ່າຍຢັ້ງຢືນຄືນຄວາມຕັດສິນໃຈ ເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ແນໃສ່ໜູນຊ່ວຍການຟື້ນຟູເສດຖະກິດ. ບົນເນື້ອໃນຈິດໃຈດັ່ງກ່າວ, ສອງຝ່າຍຈະຈັດຕັ້ງການສົນທະນາຂັ້ນສູງເສດຖະກິດ ເຊິ່ງເປັນເວທີປາໄສຕົ້ນຕໍຂອງການສົນທະນາເສດຖະກິດສອງຝ່າຍ, ໃນເດືອນມັງກອນ ປີ 2022.

        ຖະແຫຼງການສະບັບດັ່ງກ່າວກໍເນັ້ນໜັກວ່າ ຝລັ່ງ ແລະ ຫວຽດນາມ ຖືການຮ່ວມມືລະຫວ່າງທ້ອງຖິ່ນຕ່າງໆແມ່ນເສົາຄ້ຳຂອງການຮ່ວມມືສອງຝ່າຍ, ປະກອບສ່ວນເພີ່ມທະວີການພົວພັນ ແລະ ຄວາມສາມັກຄີລະຫວ່າງສອງປະເທດ ແລະ ປະຊາຊົນສອງປະເທດ.

        ກ່ຽວກັບບັນຫາສາກົນ, ຫວຽດນາມ ແລະ ຝລັ່ງ ຢັ້ງຢືນຄືນຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືເພື່ອຮັບມືກັບສິ່ງທ້າທາຍລວມ. ຖະແຫຼງການຮ່ວມ ກໍຢັ້ງຢືນຄືນຄຳໝັ້ນສັນຍາລວມສະເໝີຕົ້ນສະເໝີປາຍຂອງສອງປະເທດສຳລັບ ອົງການ ຝລັ່ງ ໂກໂຟນີ; ເພີ່ມທະວີການຜັນຂະຫຍາຍສາຍພົວພັນຄູ່ຮ່ວມມືຕ່າງໆລະຫວ່າງ ສະຫະພາບເອີຣົບ (ອີຢູ) ກັບ ຫວຽດນາມ ແລະ ອີຢູ ກັບ ອາຊຽນ; ພ້ອມທັງເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນ ຢູ່ເຂດທະເລ ແລະ ມະຫາສະໝຸດທັງໝົດ, ພິເສດແມ່ນຢູ່ທະເລຕາເວັນອອກ, ບົນພື້ນຖານປະຕິບັດຕາມຫຼັກການຂອງກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ