ຖະແຫຼງການຮ່ວມ ຫວຽດນາມ - ສະຫະພັນ ລັດເຊຍ

(VOVWORLD) - 2 ປະເທດໄດ້ອອກຖະແຫຼງການຮ່ວມກ່ຽວກັບເລື່ອງ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເລິກເຊິ່ງຂຶ້ນຕື່ມ
ຖະແຫຼງການຮ່ວມ ຫວຽດນາມ - ສະຫະພັນ ລັດເຊຍ - ảnh 1ທີ່ການພົບປະເຈລະຈາ
(ພາບ: TTXVN)

        ພາຍຫຼັງງານລ້ຽງຈັດຂຶ້ນໃນຕອນຄ່ຳວັນທີ 20 ມິຖຸນາ, ທ່ານປະທານາທິບໍດີ Vladimir Putin ແລະ ຄະນະຜູ້ແທນຂັ້ນສູງສະຫະພັນ ລັດເຊຍ, ໄດ້ເດີນທາງອອກຈາກ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ທາງລັດຖະກິດ ແຕ່ວັນທີ 19 - 20 ມິຖຸນາ ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ຢ່າງຈົບງາມ. ບົນພື້ນຖານໝາກຜົນຂອງການຢ້ຽມຢາມ, 2 ປະເທດໄດ້ອອກຖະແຫຼງການຮ່ວມກ່ຽວກັບເລື່ອງ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານເລິກເຊິ່ງຂຶ້ນຕື່ມ ບົນພື້ນຖານຜົນງານ 30 ປີແຫ່ງການປະຕິບັດສົນທິສັນຍາກ່ຽວກັບບັນດາຫຼັກການພື້ນຖານຂອງສາຍພົວພັນມິດຕະພາບ ຫວຽດນາມ ແລະ ສະຫະພັນ ລັດເຊຍ.

        ຖະແຫຼງການຮ່ວມຊີ້ແຈ້ງວ່າ,  ຫວຽດນາມ ແລະ ລັດເຊຍ ໄດ້ເຫັນດີສືບຕໍ່ຊຸກຍູ້ການເຈລະຈາດ້ານການເມືອງຢ່າງເປັນປະຈຳ ແລະ ແທດຈິງຢູ່ຂັ້ນສູງ ແລະ ຂັ້ນສູງສຸດ; ຍູ້ແຮງການພົບປະຜ່ານຊ່ອງທາງພັກ ແລະ ລະຫວ່າງການນຳບັນດາອົງການນິຕິບັນຍັດ, ຄະນະກຳມະການຮ່ວມມືລັດຖະສະພາ; ສືບຕໍ່ສົມທົບກັນມີການກະທຳຢູ່ບັນດາເວທີປາໄສລະຫວ່າງລັດຖະສະພາສາກົນ ແລະ ພາກພື້ນ.

        ຖະແຫຼງການຮ່ວມໄດ້ເນັ້ນໜັກເຖິງການພົວພັນຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ໄດ້ສວມບົດບາດພິເສດໃນການພົວພັນລະຫວ່າງ 2 ປະເທດ, ບໍ່ແນໃສ່ຕ້ານຄືນຝ່າຍທີ 3 ໃດໆ, ມີຄວາມໄວ້ເນື້ອເຊື່ອໃຈສູງ ແລະ ສອດຄ່ອງກັບບັນດາຫຼັກການ ແລະ ຂໍ້ກຳນົດຂອງກົດໝາຍສາກົນ.

2 ຝ່າຍເຫັນດີເອົາໃຈໃສ່ພັດທະນາການຮ່ວມມືດ້ານເສດຖະກິດຫຼາຍກວ່າອີກ; ເພີ່ມທະວີການລົງທຶນ 2 ຝ່າຍໃນຫຼາຍຂົງເຂດ. 2 ຝ່າຍຢືນຢັນພ້ອມແລ້ວຈະຊຸກຍູ້ຄວາມມານະພະຍາຍາມລວມຂອງປະຊາຄົມສາກົນ ເພື່ອຮັບມືກັບບັນດາສິ່ງທ້າທາຍກ່ຽວກັບຄວາມໝັ້ນຄົງທີ່ກ່ຽວຂ້ອງກັບການທະຫານ ແລະ ຄວາມໝັ້ນຄົງແບບໃໝ່; ສືບຕໍ່ພັດທະນາການຮ່ວມມືໃນຂົງເຂດຕໍ່ສູ້ ຕ້ານລັດທິກໍ່ການຮ້າຍສາກົນ ແລະ ການອຸປະຖຳການກໍການຮ້າຍສາກົນ.

2 ຝ່າຍເປັນເອກະພາບສົມທົບກັນຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ ແລະ ການບິນ ແລະ ບັນດາການເຄື່ອນໄຫວດ້ານການຄ້າບໍ່ໃຫ້ຖືກກີດຂວາງ, ສະໜັບສະໜູນຄວາມລະງັບໃຈ, ບໍ່ນຳໃຊ້ອາວຸດ ຫຼື ນາບຂູ່ນຳໃຊ້ ອາວຸດ ແລະ ແກ້ໄຂບັນດາການຂັດແຍ້ງກັນລະຫວ່າງບັນດາຝ່າຍໂດຍສັນຕິວິທີ, ສອດຄ່ອງກັບບັນດາຫຼັກການຂອງກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ…

ຕອບກັບ

ຂ່າວ/ບົດ​ອື່ນ