ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ - ສ.ເຊັກ​ໂກ

(VOVWORLD) -  ເນື່ອງໃນໂອກາດການໄປຢ້ຽມຢາມ ສ.ເຊັກໂກ ຢ່າງເປັນທາງການຂອງ ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ພ້ອມດ້ວຍ ພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ຕາມຄຳເຊີນຂອງທ່ານ Andrej Babis ນາຍົກລັດຖະມົນຕີ ສ.ເຊັກໂກ, ສອງປະເທດໄດ້ອອກຖະແຫຼງການຮ່ວມ.
ຖະ​ແຫຼງ​ການ​ຮ່ວມ ຫວຽດ​ນາມ - ສ.ເຊັກ​ໂກ - ảnh 1ການເຈລະຈາ ລະຫວ່າງ ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ກັບ ທ່ານ Andrej Babis ນາຍົກລັດຖະມົນຕີ ເຊັກໂກ 

ໃນຂອບເຂດການຢ້ຽມຢາມ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ມີການພົບປະເຈລະຈາ ກັບທ່ານ Andrej Babis ນາຍົກລັດຖະມົນຕີ ສ.ເຊັກໂກ, ເຂົ້າຢ້ຽມຂ່ຳນັບທ່ານ Miloz Zeman ປະທານາທິບໍ ສ.ເຊັກໂກ, ທ່ານ Radek Vondracek ປະທານສະພາຕ່ຳ ສ.ເຊັກໂກ, ເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ສ.ເຊັກໂກ ແລະ ພົບປະກັບຜູ້ຕາງໜ້າປະຊາຄົມ ຊາວຫວຽດນາມ ຢູ່ ສ.ເຊັກໂກ.

ທີ່ການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ສ.ເຊັກໂກ, ນາຍົກລັດຖະມົນຕີ 2 ທ່ານໄດ້ແຈ້ງໃຫ້ກັນຊາບກ່ຽວກັບສະພາບການເມືອງ, ເສດຖະກິດ, ບັນດາບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງແຕ່ລະປະເທດ,ແລກປ່ຽນກ່ຽວກັບບັນດາມາດຕະການຢ່າງລະອຽດເພື່ອຊຸກຍູ້ການພົວພັນສອງຝ່າຍ ແລະ ປຶກສາຫາລືກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍໄດ້ເນັ້ນໜັ້ກເຖິງບົດບາດສຳຄັນ ຂອງຄະນະກຳມະການປະສົມກ່ຽວກັບການຮ່ວມມືເສດຖະກິດ ຫວຽດນາມ - ເຊັກໂກ ໃນການຂຸດຄົ້ນຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ. ສອງຝ່າຍໄດ້ຢັ້ງຢືນວ່າຕ້ອງມີການກະກຽມເປັນຢ່າງດີໃຫ້ແກ່ກອງປະຊຸມຄະນະກຳມະການປະສົມຄັ້ງທີ 7 ທີ່ຄາດວ່າຈະໄດ້ດຳເນີນຢູ່ Praha ໃນປີ 2020. ສອງຝ່າຍຖືວ່າ ບັນດາສັນຍາດັ່ງກ່າວຈະປະກອບສ່ວນເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ ແລະ EU ເວົ້າລວມ ກໍ່ຄືລະຫວ່າງ ຫວຽດນາມ - ເຊັກໂກ ເວົ້າສະເພາະ. ສອງຝ່າຍຈະຊຸກຍູ້ບັນດາກະຊວງ, ຂະແໜງການ ແລະ ຄູ່ຮ່ວມມືສອງຝ່າຍເພີ່ມທະວີການຮ່ວມມືໃນບັນດາຂົງເຂດຕ່າງໆໃຫ້ຫຼາຍກ່ວາເກົ່າ.

        ສອງຝ່າຍໄດ້ຢັ້ງຢືນເຖິງຄຳໝັ້ນສັນຍາສຳລັບຄວາມເປັນລະບຽບຮຽບຮ້ອຍແບບຫຼາຍຝ່າຍຂອງສະຫະປະຊາຊາດ ທີ່ໄດ້ປັບປຸງດ້ວຍ 3 ເສົ້າຄ້ຳແມ່ນ ສັນຕິພາບ, ຄວາມໝັ້ນຄົງ, ສິດທິມະນຸດ ແລະ ການພັດທະນາ. ສອງຝ່າຍຈະສົມທົບ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນກ່ວາອີກໃນບັນດາອົງການຈັດຕັ້ງ, ເວທີປາໄສໃນພາກພື້ນ ແລະ ໃນໂລກ, ເປັນຕົ້ນແມ່ນຢູ່ ສະຫະປະຊາຊາດ ແລະ ເວທີປາໄສການຮ່ວມມືລະຫວ່າງ ອາຊີ ແລະ ເອີລົບ(ASEM). ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຊຸກຍູ້ຄວາມໝັ້ນຄົງ, ຄວາມປອດໄພ, ການເດີນທະເລ ແລະ ການບິນຢ່າງເສລີ ຢູ່ ທະເລຕາເວັນອອກ, ກໍ່ຄືການແກ້ໄຂຄວາມຂັດແຍ້ງໂດຍສັນຕິວິທີ, ຕາມກົດໝາຍສາກົນ, ພິເສດແມ່ນ ກົດບັດຂອງສະຫະປະຊາຊາດ ແລະ ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS).

ຕອບກັບ

ຂ່າວ/ບົດ​ອື່ນ