ຖະແຫຼງການຮ່ວມ ອາເມລິກາ - ຝລັ່ງ

(VOVWORLD) - ຖະແຫຼງການຮ່ວມຊີ້ແຈ້ງວ່າ ການນຳ 2  ປະເທດໄດ້ສ້າງວິໄສທັດຮ່ວມ ເພື່ອແນໃສ່ປັບປຸງຄວາມໝັ້ນຄົງ ແລະ ເພີ່ມທະວີຄວາມວັດທະນາຖາວອນທົ່ວໂລກ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຊຸກຍູ້ບັນດາຄຸນຄ່າປະຊາທິປະໄຕ.
ຖະແຫຼງການຮ່ວມ ອາເມລິກາ - ຝລັ່ງ - ảnh 1ທ່ານປະທານາທິບໍດີ ຝລັ່ງ Emmannuel Macron ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden
(ພາບ:Reuters)

ວັນທີ 01 ທັນວາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ແລະ ທ່ານປະທານາທິບໍດີ ຝລັ່ງ Emmannuel Macron ໄດ້ດຳເນີນການເຈລະຈາຢູ່ທຳນຽບຂາວ ແລະ ໄດ້ຍົກອອກຖະແຫຼງການຮ່ວມ.

ຖະແຫຼງການຮ່ວມຊີ້ແຈ້ງວ່າ ການນຳ 2  ປະເທດໄດ້ສ້າງວິໄສທັດຮ່ວມ ເພື່ອແນໃສ່ປັບປຸງຄວາມໝັ້ນຄົງ ແລະ ເພີ່ມທະວີຄວາມວັດທະນາຖາວອນທົ່ວໂລກ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຊຸກຍູ້ບັນດາຄຸນຄ່າປະຊາທິປະໄຕ. ການນຳ 2 ທ່ານກໍ່ຮັບຮູ້ຄວາມສຳຄັນຂອງເລື່ອງເພີ່ມທະວີການປ້ອງກັນ ເອີລົບ, ປະກອບສ່ວນປັບປຸງຄວາມໝັ້ນຄົງຂ້າມມະຫາສະໝຸດປາຊີຟິກ ແລະ ທົ່ວໂລກ. 2 ຝ່າຍສະແດງຄວາມຕັດສິນໃຈສືບຕໍ່ສົມທົບກັນເພື່ອ ເອີລົບ ຄົບຖ້ວນ, ເສລີ ແລະ ສັນຕິພາບ. ປະທານາທິບໍດີ 2 ທ່ານໄດ້ກ່າວປະນາມສົງຄາມຢູ່ ຢູແກຼນ ແລະ ຄັດຄ້ານເລື່ອງ ລັດເຊຍ ໂຮມເຂດແດນດິນມີອະທິປະໄຕຂອງ ຢູແກຼນ ເຂົ້າດິນແດນຂອງຕົນຢ່າງຜິດກົດໝາຍ ແລະ ຖືນັ້ນແມ່ນການກະທຳລະເມີດກົດໝາຍສາກົນ. ອາເມລິກາ ແລະ ຝລັ່ງ ຢືນຢັນຄືນໃໝ່ຄຳໝັ້ນສັນຍາສືບຕໍ່ສະໜັບສະໜູນ ຢູແກຼນ ປົກປ້ອງພືນແຜ່ນດິນຜ່ານການໜູນຊ່ວຍດ້ານການເມືອງ, ຄວາມໝັ້ນຄົງ, ມະນຸດສະທຳ ແລະ ເສດຖະກິດໃຫ້ແກ່ປະເທດນີ້. ກ່ຽວກັບມະຫາສະໝຸດອິນເດຍ - ປາຊີຟິກ, ອາເມລິກາ ແລະ ຝລັ່ງ ຈະສືບຕໍ່ສົມທົບກັນກ່ຽວກັບບັນດາຄວາມວິຕົກກັງວົນກ່ຽວຂ້ອງເຖິງສິ່ງທ້າທາຍຂອງ ຈີນ ຕໍ່ຄວາມເປັນບະບຽບຮຽບຮ້ອຍສາກົນ ໂດຍອີງໃສ່ກົດໝາຍສາກົນ ລວມມີຄວາມເຄົາລົບມະນຸດສະທຳ, ພ້ອມທັງການຮ່ວມມືກັບ ຈີນ ໃນບັນດາບັນຫາທົ່ວໂລກສຳຄັນຄືການປ່ຽນແປງຂອງດິນຟ້າອາກາດ. ການນຳອາເມລິກາ ແລະ ຝລັ່ງ ໄດ້ຢືນຢັນຄືນໃໝ່ຄວາມສຳຄັນຂອງເລື່ອງ ຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ຊ່ອງແຄບທະເລ ໄຕຫວັນ. ການນຳ 2 ທ່ານກໍ່ກ່າວປະນາມບັນດາເຫດທົດລອງຍິງລູກສອນໄຟນຳວິຖີຫຼາຍຄັ້ງທີ່ບໍ່ເຄີຍມີມາກ່ອນ ຢ່າງຜິດກົດໝາຍຂອງ ສປປ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ