ຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນ ຫວຽດນາມ - ອາເມລິກາ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ

(VOVWORLD) - ການນຳສອງທ່ານຢັ້ງຢືນການສະໜັບສະໜູນຢ່າງສະເໝີຕົ້ນສະເໝີປາຍໃນການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ບໍ່ນາບຂູ່ ຫຼື ນຳໃຊ້ກຳລັງອາວຸດ, ກໍ່ຄືສິດເສລີໃນການເດີນເຮືອ ແລະ ການບິນ,.
ຖະແຫຼງການຮ່ວມກ່ຽວກັບການຍົກລະດັບການພົວພັນ ຫວຽດນາມ - ອາເມລິກາ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ - ảnh 1ພິທີຕ້ອນຮັບທາງການໃນວັນທີ 10 ກັນຍາ
(ພາບ:VGP)

ໂດຍໄດ້ຮັບຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ແຕ່ວັນທີ 10  - 11 ກັນຍາ,  ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ປະຕິບັດການຢ້ຽມຢາມ ທາງລັດຖະກິດຢູ່ຫວຽດນາມ. ການນຳສອງປະເທດໄດ້ອອກຖະແຫຼງການຮ່ວມ ກ່ຽວກັບການຍົກລະດັບການພົວພັນ ຫວຽດນາມ - ອາເມລິກາ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເພື່ອສັນຕິພາບ, ການຮ່ວມມື, ການພັດທະນາແບບຍືນຍົງ.      

        ຖະແຫຼງການຮ່ວມໃຫ້ຮູ້ວ່າ: ການນຳສອງທ່ານໄດ້ຊົມເຊີຍໄລຍະປະຫວັດສາດໃໝ່ຂອງການພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍ ດ້ວຍການຍົກລະດັບການພົວພັນສອງປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ, ການຮ່ວມມື, ແລະ ພັດທະນາແບບຍືນຍົງ. ອາເມລິກາ ສະໜັບສະໜູນປະເທດ ຫວຽດນາມ ເຂັ້ມແຂງ, ເອກະລາດ, ວັດທະນະຖາວອນ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ການນຳສອງທ່ານໄດ້ເນັ້ນໜັກບັນດາຫຼັກການພື້ນຖານຂອງການກຳນົດທິດໃນການພົວພັນ ຫວຽດນາມ - ອາເມລິກາ, ລວມມີ ການເຄົາລົບກົດບັດ ສປຊ, ກົດໝາຍສາກົນ ແລະ ເຄົາລົບລະບອບການເມືອງ, ເອກະລາດ, ເປັນເຈົ້າຕົນເອງ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງກັນ.

ການນຳສອງທ່ານເນັ້ນໜັກວ່າຄວນສືບຕໍ່ເຮັດໃຫ້ການພົວພັນ ທາງດ້ານການເມືອງ - ການຕ່າງປະເທດໃຫ້ເລິກເຊິ່ງຂຶ້ນຕື່ມ ແລະ ຈະຊຸກຍູ້ການແລກປ່ຽນຄະນະຜູ້ແທນ, ພົບປະເປັນປະຈຳຢູ່ທຸກຂັ້ນ ເພື່ອແນໃສ່ເພີ່ມທະວີຄວາມເຂົ້າອົກເຂົ້າໃຈເຊິ່ງກັນ ແລະ ກັນ, ສ້າງ ແລະ ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ.

        ຫວຽດນາມ ແລະ ອາເມລິກາ ຕັດສິນໃຈຍູ້ແຮງການຮ່ວມມືທາງດ້ານວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳໃນຂົງເຂດດີຈີຕອນ; ຖືວ່ານີ້ແມ່ນບາດກ້າວບຸກທະລຸໃໝ່ຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ອາເມລິກາ ຢັ້ງຢືນຄຳໝັ້ນສັນຍາເພີ່ມທະວີການໜູນຊ່ວຍ ຫວຽດນາມ ບຳລຸງສ້າງ ແລະ ພັດທະນາກຳລັງແຮງງານເຕັກໂນໂລຊີສູງ.

        ທ່ານປະທານາທິບໍດີ Joe Biden ຊົມເຊີຍບັນດາຄຳໝັ້ນສັນຍາກ່ຽວກັບດິນຟ້າອາກາດຂອງ ຫວຽດນາມ ໃນຂອບເຂດການພົວພັນຄູ່ຮ່ວມມືຫັນປ່ຽນພະລັງງານຍຸດຕິທຳ (JETP), ກໍ່ຄືເປົ້າໝາຍຫລຸດຜ່ອນການປ່ອຍອາຍພິດເຮືອນແກ້ວລົງລະດັບ 0 ໃນປີ 2050.      ການນຳສອງທ່ານຢັ້ງຢືນການສະໜັບສະໜູນຢ່າງສະເໝີຕົ້ນສະເໝີປາຍໃນການແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ບໍ່ນາບຂູ່ ຫຼື ນຳໃຊ້ກຳລັງອາວຸດ, ກໍ່ຄືສິດເສລີໃນການເດີນເຮືອ ແລະ ການບິນ,. ການຄ້າອັນຖືກຕ້ອງຕາມກົດໝາຍ ບໍ່ຖືກຂັດຂວາງ ຢູ່ທະເລຕາເວັນອອກ, ເຄົາລົບອະທິປະໄຕ, ສິດອະທິປະໄຕ ແລະ ສິດອຳນາດສານຂອງບັນດາປະເທດແຄມທະເລສຳລັບເຂດເສດຖະກິດພິເສດ ແລະ ເຂດໄຫຼ່ທະວີບຂອງແຕ່ລະປະເທດ, ສອດຄ່ອງກັບກົດໝາຍວ່າດ້ວຍທະເລສາກົນ ທີ່ໄດ້ລະບຸໃນສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS 1982).

ຕອບກັບ

ຂ່າວ/ບົດ​ອື່ນ