ຖະແຫຼງການຮ່ວມກ່ຽວກັບຂອບເຂດການຮ່ວມມືຍຸດທະສາດລະຫວ່າງລັດຖະບານຫວຽດນາມແລະມາເລເຊຍ

ຖະແຫຼງການຮ່ວມກ່ຽວກັບຂອບເຂດການຮ່ວມມືຍຸດທະສາດລະຫວ່າງລັດຖະບານຫວຽດນາມແລະມາເລເຊຍ - ảnh 1
(ຖະແຫຼງການຮ່ວມກ່ຽວກັບຂອບເຂດການຮ່ວມມືຍຸດທະສາດ
ລະຫວ່າງລັດຖະບານຫວຽດນາມແລະມາເລເຊຍ)


​​(vovworld) - ​ໃນ​ຂອບ​ເຂ​ດການ​ຢ້ຽມຢາມ​ມາ​ເລ​ເຊຍ ​ຢ່າງເປັນ​ທາງ​ການ ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽ​ນ​ເຕີນ​ຢຸງ ​ໃນ​ລະຫວ່າງ​ວັນ​ທີ 07 – 08/08, 2 ປະ​ເທດ​ຫວຽດນາມ ​ແລະ ມາ​ເລ​ເຊຍ ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ຂອບ​ເຂດ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸ​ດທະ​ສາດ​ລະຫວ່າງ​ລັດຖະບານ​ຫວຽດນາມ ​ແລະ ລັດຖະບານ​ມາ​ເລ​ເຊຍ. ​ໃນຖະ​ແຫຼ​ງການ​ຮ່ວມຊີ້​ແຈ້ງ​ວ່າ:

2 ປະ​ເທດ ​ໄດ້​ເຫັນ​ດີ​ນຳ​ກັນສ້າງ​ຕັ້ງການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ມາ​ເລ​ເຊຍ.  ການ​ພົວພັນ​ຄູ່​ຮ່ວມ​ມື​ນີ້​ໄດ​້ສ້າງ​ຂອບ​ເຂດ​ຢ່າງ​ຈະ​ແຈ້ງ ​ເພື່ອ​​ແນ​ໃສ່ຊຸກຍູ້​ກາ​ນພົວພັນ 2 ຝ່າຍ ບົນ​ພື້ນຖານ​ທັດສະນະ​ຍຸດ​ທະ​ສາດ, ຮອບດ້ານ ​ແລະ ຍາວ​ນານ.

2 ຝ່າຍ​ເຫັນ​ດີ​ ສືບ​ຕໍ່​ແລກປ່ຽນ​ບັນດາ​ການ​ຢ້ຽມຢາມ ​ແລະ ການ​ພົບ​ປະ​ຂັ້ນ​ສູງ ​ແລະ ທຸກ​ຂັ້ນ​, ​ເພີ່ມ​ທະ​ວີ​ການ​ພົວພັນ​​ໃນ​ທຸກ​ດ້ານຄື: ລັດຖະບານ, ພັກ, ສະພາ​ແຫ່ງ​ຊາດ. 2 ຝ່າຍ​ສົ່ງ​ເສີມ​ເພີ່​ມທະ​ວີ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ​ປະຊາຊົນ.

2 ຝ່າຍ​ເຫັນ​ດີ​ປະຕິບັດ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ລັດຖະບານ 2 ປະ​ເທດ ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາດ 2 ຝ່າຍ (ປີ 2008) ຢ່າງ​ມີ​ປະສິດທິ​ຜົນ. 2 ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາຍູ້​ແຮງ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນດາ​ກຳລັງ​ປ້ອງ​ກັນ​ຊາດ, ປະກອບສ່ວນ​ຮັກສາ​ຄວາມ​ໝັ້ນຄົງ, ສະ​ຖຽນລະ​ພາບ​ຢູ່​ພາກ​ພື້ນ.

2 ຝ່າຍ​ຖື​ເປັນ​ສຳຄັນ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຄວາ​ມສະຫງົບ​ ​ແລະ ​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມ​ມືຕ້ານ​ອາດຊະ​ຍາ​ກຳ​​ຂ້າມ​ຊາດ. 2 ຝ່າຍ​ໄດ້​ຢືນຢັນຄຳ​ໝັ້ນ​ສັນຍາ​ຄືນ​ໃໝ່​ບໍ່​ອະນຸ​ຍາດ​ໃຫ້​ບໍ່​ວ່າ​ສ່ວນ​ບຸກຄົນ ​ຫຼື ອົງການ​ໃດ​ນຳ​ໃຊ້​ພື້ນ​ແຜ່ນດິນ​ຂອງ​ປະ​ເທດ​ຕົນ​ເພື່ອ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕ້ານ​ທຳລາຍ​ປະ​ເທດ​ອື່ນ. 2 ຝ່າຍ​ກໍ​​ເຫັນ​ດີ​ນຳ​ກັນ​ຈະ​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ​ການ​ຄ້າ​ຄົນ​ລະຫວ່າງ 2 ປະ​ເທດ.

2 ຝ່າຍ​ເຫັນ​ດີ​ຮ່ວມ​ມື​ຢ່າງ​ແໜ້ນ​​ແຟ້ນ ​ເພື່ອ​ຍົກ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ຂຶ້ນ​ເຖິງ 15 ຕື້ USD ຫຼື​ສູງ​ກວ່າ​ໃນ​ປີ 2020. 2 ຝ່າຍ​ກໍ​ຢືນຢັນຄຳ​ໝັ້ນ​ສັນຍາ​ຄືນ​ໃໝ່ ​ໃນ​ສ້າງ​​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ນັກ​ລົງທຶນ 2 ປະ​ເທດ​ຊອກ​ຫາ​ກາລະ​ໂອກາດ​ລົງທຶນ​ຢູ່​ແຕ່ລະ​ປະ​ເທດ.

2 ຝ່າຍ​ໄດ້​ເຫັນ​ດີຍູ້​ແຮງການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ ການ​ເງິນ, ກະສິກຳ, ພະລັງງານ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ນ້ຳມັນ​ອາຍ​ແກ​ສ, ພະ​ລັງ​ງານ…

2 ຝ່າຍ​ເຫັນ​ດີ​ເພີ່ມ​ທະວີ​ການ​ແລກປ່ຽນ​ທັດ​ສະ​ນະ, ຮ່ວມ​ມື​ຢ່າງ​ເລິກ​​ເຊິ່ງ, ກວ້າງ​ຂວາງ ທີ່​ບັນດາ​ເວທີ​ປາ​ໄສພາກ​ພື້ນ ​ແລະ ສາກົນ. 2 ຝ່າຍ ​ໃຫ້ຄຳ​ໝັ້ນ​ສັນຍາ​ສ້າງ​ຕັ້ງ​ປະຊາ​ຄົມ​ອຽນ ​ໃນ​ປີ 2015 ​ແລະ ​ໄລຍະ​ພັດທະນາ​ຂອງ​ປະຊາ​ຄົມພາຍຫຼັງປີ 2015.

ນາຍົກລັດຖະມົນຕີ 2 ທ່ານ​​​ໄດ້ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາກ່ຽວຂ້ອງ​ເຖິງ​ທ​ະ​ເລ​ຕາ​​ເວັນ​ອອກ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ ​ແລະ ສະ​ແດງ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ບັນດາ​ການ​ຜັນ​ແປ​ຫວ່າງ​ມໍ່ໆ​ມາ​ນີ້​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​​ໃນ​ການ​ຮັກສາ​ສັນຕິພາບ, ຄວາມ​ສະຫງົບ​ ​ແລະ ສະຖຽນ​ລະ​ພາບ, ການ​ເດີນ​ທະ​ເລ​ຢ່າງ​ເສລີ, ການບິນ ຢູ່​ທະ​ເລ​ຕາ​ເວັນ​ອອກ. ນາຍົກລັດຖ​ະມົນຕີ 2 ທ່ານ​​ໄດ້​ເຫັນ​ດີ​ຮັກສາ​ຄວາມ​ສາມັກຄີ, ​ເປັນ​ເອກະ​ພາບ ​ແລະ ບົດບາດ​ໃຈກາງ​ຂອງ​ອາ​ຊຽນ ​ແມ່ນ​ມີ​ຄວາມ​ສຳຄັນ​ພິ​ເສດ​ໃນ​ເລື່ອງ​ແກ້​ໄຂ​ບັນຫາ​ດັ່ງກ່າວ.

ການ​ນຳ 2 ທ່ານ​ກໍ​ເນັ້ນ​ໜັກ​ຄຳ​ໝັ້ນ​ສັນຍາ​ປະຕິບັດ​ຖະ​ແຫຼງການ​ກ່ຽວ​ກັບ​ການປະພຶດ​ຂອງ​ຝ່າ​ນຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ແລ​ະ ສ້າງປະມວນ​ຂໍ້​ກຳ​ນົດກ່ຽວ​ກັບ​ການ​ປະ​ພຶດຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ​ໂດຍ​ໄວ.

ຂ່າວ/ບົດ​ອື່ນ