ຖະແຫຼງການຮ່ວມຫວຽດນາມ-ກູບາ

ຖະແຫຼງການຮ່ວມຫວຽດນາມ-ກູບາ - ảnh 1
ພາບ​ປະ​ກອບ

(vovworld) – ເນື່ອງ​ໃນ​ໂອ​ກາດ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ຢ້ຽມ​ຢາມ ສ. ກູ​ບາ ແຕ່​ວັນ​ທີ 15 – 17/11/2016 ຕາມ​ຄຳ​ເຊື້ອ​ເຊ​ີນ​ຂອງ​ທ່ານ Raul Castro, ປະ​ທານ​ສະ​ພາ​ແຫ່ງ​ລັດ ແລະ ສະ​ພາ​ລັດ​ຖະ​ມ​ົນ​ຕີ ກູ​ບາ, 2 ຝ່າຍ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ. ຖະ​ແຫຼງ​ການ​ຮ່ວມ​ໄດ້​ຊີ້​ແຈ້ງວ່າ 2 ຝ່າຍ​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕໍ່ບັນ​ດາ​ມາດ​ຕະ​ການ​ເພີ່​ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື 2 ຝ່າຍ, ພິ​ເສດ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ ແລະ ທ່າ​ແຮງ​​ເຊິ່ງ​ສາ​ມາດ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ​ໄດ້ຄື: ການ​ປ້ອງ​ກັນ​ປະ​ເທດ, ການ​ຄ້າ, ກະ​ສິ​ກຳ, ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ… ການນ​ຳ 2 ປະ​ເທດ​ເຫັນ​ດີ​ເປັນ​ເອ​ກະ​ສັນ​ເພີ່ມ​ທ​ະ​ວີ​ການ​ພົບ​ປະ​ລະ​ຫວ່າງ​ການ​ນຳ​ພັກ ແລະ ລັດ 2 ປະ​ເທດ, ສືບ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມສະ​ຫງົບ ແລະ ການ​ພົວ​ພັນ​ຕ່າງ​ປະ​ເທດ. 2 ຝ່າຍ​ເນັ້ນ​ໜັກ​ຄວາມ​ສຳ​ຄັນ​ຂອງ​ກົນ​ໄກ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ກ່ຽວ​ກັບ​ການ​ຮ່ວມ​ມື ແລະ ວິ​ທະ​ຍາ​ສາດ - ເຕັກ​ນິກ​ລະ​ຫວ່າງ 2 ປະ​ເທດ ແລະ ເປັນ​ເອ​ກະ​ພາບ​ຊີ້​ນຳ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄັ້ງ​ທີ 34 ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ແຕ່​ວັນ​ທີ 18 – 23/11/2016 ​ໄດ້ປະ​ສົບ​ຜົນ​ສຳ​ເລັດ.  2 ຝ່າຍ​ໄດ້​ສະ​ແດງ​ຄວາມ​ຕັດ​ສິດ​ໃຈ​ເພີ່ມ​ທະ​ວີ​ປະ​ສິດ​ທິ​ຜົນ ແລະ ຜົນ​ສັກ​ສິດ​ຂອງ​ກົນ​ໄກ​ນີ້​ຄື​ດັງ​ຊ່ອງ​ປະ​ສານ​ງານ​​ທີ່ເໝ​າ​ະ​ສົມ​ສຳ​ລັບ​ບັນ​ດາ​ໂຄງ​ການ​ຮ່ວມ​ມື​ຈຸດ​ສຸມ. 2 ຝ່າຍ​ກໍ່​ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່​​ຊຸກ​ຍູ້​ການ​ລົງ​ທຶນ​ທີ່​ຕ່າ​ງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ ແລະ ຄຳ​ໝັ້ນ​ສັນ​ຍາ​ຈະ​ຫັນ​ບັນ​ດາ​ໂຄງ​ການ​ຮ່ວມ​ມື, ລົງ​ທຶນ​ອື່ນໆ​ທີ່​ພວມ​​ຢູ່ໃນ​ວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາເປັນ​ລະ​ອຽດ. ການ​ນຳ 2 ປະ​ເທດ​ມີ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ຄວາມ​ຄ້າ​ຍ​ຄື​ກັນ​ຂອງ 2 ປະ​ເທດ​ກ່ຽວ​ກັບຫຼັກ​ໝັ້ນ​ສຳ​ລັບຫຼາຍ​ບັນ​ຫາ​ສາ​ກົນ​, ​ເຫັນ​ດີເປັນ​ເອ​ກະ​ພາບ​​ນຳ​ກັນວ່າ​ບັນ​ດາ​ການ​ຂັດ​ແຍ້ງ​ສາ​ກົນ​​ຈະໄດ້​ຮັບ​ການ​ແກ້​ໄຂ​ດ້ວຍ​ບັນ​ດາ​ມາດ​ຕະ​ພາຍ​ສັນ​ຕິ​ພາບ, ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ເຄົາ​ລົບ​ບັນ​ດາຫຼັກ​ການ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ ແລະ ສິດ​ຕັດ​ສິນ​ດ້ວຍ​ຕົນ​ເອງ​ຂອງ​ຊາດ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ, ບໍ່​ນຳ​ໃຊ້ ຫຼື ນາບ​ຂູ່​ນຳ​ໃຊ້​ກຳ​ລັງ​ອາ​ວຸດ.


ຂ່າວ/ບົດ​ອື່ນ