ຖະແຫຼງການຮ່ວມຫວຽດນາມ-ລາຊະອານາຈັກອັງກິດ

ຖະແຫຼງການຮ່ວມຫວຽດນາມ-ລາຊະອານາຈັກອັງກິດ - ảnh 1
(​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ແລະ
ທ່າ​ນນາຍົກລັດຖະມົນຕີ David Cameron)


​​(vovworld) - ວັນ​ທີ 29/07, ຫວຽດນາມ ​ແລະ ສະຫະພັນລາຊະ​ອາ​ນາ​ຈັກ​ອັງກິດ ​ແລະ ​ໄອ​ແລນ​ເໜືອ ອອກ​ຖະ​ແຫຼ​ງການ​ຮ່ວມ​ກ່ຽວ​ກັບ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການຂອງ​ທ່ານ​ນາຍົກລັດຖະມ​ົນຕີ​ສະຫະພັນລາຊະ​ອາ​ນາ​ຈັກ​ອັງກິດ ​ແລະ ​ໄອ​ແລນ​ເໜືອ David Cameron ​ໃນ​ລະຫວ່າງ​ວັນ​ທີ 29 – 30/07. ຕາມ​ນັ້ນ​ແລ້ວ, ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່າ​ນນາຍົກລັດຖະມົນຕີ David Cameron ​​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ. ນາຍົກລັດຖະມົນຕີ 2 ທ່ານ​ຢືນຢັນ​ວ່າ ການ​ຮ່ວມ​ມື​ດ້ານ​ເສດຖະກິດສືບ​ຕໍ່​ແມ່ນ​ບູລິ​ມະ​ສິດ​ໃນ​ການ​ພົວພັນ 2 ຝ່າຍ ​ແລະ ຊົມ​ເຊີຍ​ບັນດາ​ບາດກ້າວ​ທີ່​ບັນລຸ​ໄດ້​ໃນ​ວິວັດ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ​ຫວຽດນາມ ສະຫະພາບ​ເອີ​ລົບ (EU) ​ແລະ ​ເຊື່ອ​ໝັ້ນ​ວ່າ ​ເມື່ອ​ສັນຍາ​ໄດ້​ຮັບ​ການ​ລົງ​ນາມ​ແລ້ວ ຈະ​ຍູ້​ແຮງ​ການ​ພົວພັນ​ຮ່ວມ​ມື​ດ້ານ​ການ​ຄ້າ, ການ​ລົງທຶນ​ລະຫວ່າງ​ຫວຽດນາມ ​ແລະ ລາຊະ​ອານາຈັກ​ອັງກິດ.

        ນາຍົກລັດຖະມົນຕີ 2 ທ່ານ ​ໄດ້​ຕີ​ລາຄາ​ການ​ພົວພັນ​ດ້ານ​ປ້ອງ​ກັນຊາດ, ປ້ອງ​ກັນ​ປະ​ເທດ​ລະຫວ່າງ​ 2 ປະ​ເທດ ​ໄດ້​ພັດທະນາ​ຢ່າງ​ຕັ້ງໜ້າ. ນາຍົກລັດຖະມົນຕີ 2 ທ່ານ ​ໄດ້​ເຫັນ​ດີ​ຊຸກຍູ້​ການສ້າງ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນປະ​ເທດ, ຮ່ວມ​ມື​ໃນ​ຂົງ​ເຂດ​ອຸດສາຫະກຳ​ປ້ອງ​ກັນ​ປະ​ເທດ, ຮ່ວມ​ມື​ບຳລຸງ​ສ້າງ​ບັນດາ​ນາຍທະຫານ ​ແລະ ນັກ​ຊ່ຽວຊານ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ, ​ເພີ່ມ​ທະ​ວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ດ້ານ​ປ້ອງ​ກັນຊາດ, ປ້ອງ​ກັນ​ຄວາມ​ສະຫງົບ…

        ນາຍົກລັດຖະມົນຕີ 2 ທ່ານ ​ໄດ້​ເຫັນ​ດີ​ຍູ້​ແຮງ​ກາ​ນຮ່ວມ​ມື​ໃນການ​ປ້ອງ​ກັນ, ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ພິ​ເສດ​ແມ່ນ​ເລື່ອງ​ສົມທົບ​ກັນ​ກ່ອນຈັດ​ກອງ​ປະຊຸ​ມ ​ແລະ ​ໃນ​ກອງ​ປະຊຸມຄັ້ງ​ທີ 21 ຂອງ​ຝ່າຍ​ຕ່າງໆ​ທີ່ເຂົ້າ​ຮ່ວມ​ສົນທິສັນຍາ​ຂອງ​ສະຫະ​ປະຊາຊາດກ່ຽວກັບ​ການ​ປ່ຽນ​​ແປ​ງຂ້ອງ​ດິນ​ຟ້າ​ອາກາດ (COP 21) ຢູ່​ປາຣີ ​ໃນ​ປີ 2015.

        ນາຍົກລັດຖະມົນຕີ 2 ທ່ານ​ໄດ້​ປຶກສາ​ຫາ​ລື​ບັນດາ​ບັນຫາ​ຢູ່​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າ​ຍຕ່າງ​ມີ​ຄວາມ​ສົນ​ໃຈ, ຢືນຢັນ​ຄືນ​ໃໝ່​ຄຳ​ໝັ້ນ​ສັນຍາ​ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ການ​ເດີນ​ທະ​ເລ ບົນ​ພື້ນຖານ​ບັນດາ​ຫຼັກການ​ຂອງ​ກົດໝາຍ​ສາກົນ, ພິ​ເສດ​ແມ່ນ​ບັນດາ​ຫຼັກການ​ຂອງ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ, ​ເນັ້ນ​ໜັກ​​ເຖິງຄວາມ​ສຳຄັນ​ຂອງ​ເລື່ອງ​ແກ້​ໄຂ​ບັນດາ​ຄວາມ​ຂັດ​ແຍ້​ງ​ກັນໂດຍ​ສັນຕິ​ວິທີ​ ​ກໍຄືສິດ​ເສລີ​ນຳ​ໃຊ້​ຢ່າງ​ຖືກຕ້ອງ​ຕາມ​ກົດ​ໝາຍ, ບໍ່​ຖືກ​ກີດຂວາງ​ຢູ່​ບັນດາ​ມະຫາ​ສະມຸດ​ໃນ​ໂລກ. 2 ຝ່າຍ​ກໍ​ຢືນຢັນ​ຄືນ​ໃໝ່​ຄວາມ​ສຳຄັນ​ຂອງ​ການ​ເຄົາ​ລົບ ​ແລະ ປະຕິບັດ​​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະ​ພຶດຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ​ທີ່​ໄດ​້ລົງ​ນາມ​ເມື່ອ​ປີ 2002 ​ຢ່າງ​ຄົບ​ຖ້ວນ ແລະ ສ້າງປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ຝ່າຍຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໃຫ​້ສຳ​ເລັດ​ໂດ​ຍ​ໄວ.

ຂ່າວ/ບົດ​ອື່ນ