ຖະແຫຼງການຮ່ວມຫວຽດນາມ-ລາວ

(VOVWORLD) -ໃນຂອບເຂດການຢ້ຽມຢາມສັນທະວະໄມຕີ ສປປ.ລາວ ຢ່າງເປັນທາງການຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ໃນລະຫວ່າງວັນທີ 24 – 25 ກຸມພາ, 2 ຝ່າຍໄດ້ອອກຖະແຫຼງການຮ່ວມ ໂດຍຢືນຢັນວ່າ:

ຖະແຫຼງການຮ່ວມຫວຽດນາມ-ລາວ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຟຸຈ້ອງ

ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລິຈິດ

(ພາບປະກອບ)

ຫວຽດນາມ ແລະ ລາວ ຈະຮ່ວມກ້າວເດີນບົນເສັ້ນທາງເອກະລາດແຫ່ງຊາດ ແລະ ລັດທິສັງຄົມນິຍົມຕະຫຼອດການ. ໃນຖະແຫຼງການຮ່ວມ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟຸຈ້ອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ, ຢືນຢັນວ່າ, ຫວຽດນາມ ແລະ ລາວ ພ້ອມກັນສ້າງສາປະເທດຊາດໃຫ້ມີສັນຕິພາບ, ມີຄວາມວັດທະນາຖາວອນ. 2 ຝ່າຍເຫັນດີນຳກັນສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງ 2 ພັກ, 2 ລັດ, ບັນດາຖະແຫຼງການຮ່ວມຫວຽດນາມ - ລາວ ຢ່າງມີປະສິດທິຜົນ.

        2 ຝ່າຍໄດ້ເຫັນດີເພີ່ມທະວີ ແລະ ນຳການພົວພັນດ້ານການເມືອງໃຫ້ເຂົ້າສູ່ລວງເລິກຢ່າງບໍ່ຢຸດຢັ້ງ; ຍົກສູງປະສິດທິຜົນການຮ່ວມມືທາງດ້ານເສດຖະກິດ, ວັດທະນະທຳ, ທ່ອງທ່ຽວ, ການສຶກສາ, ສາທາລະນະສຸກ, ວິທະຍາສາດ - ເຕັກນິກ…

        2 ຝ່າຍຢືນຢັນສືບຕໍ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວຫວຽດນາມ ອາໄສຢູ່ລາວ ແລະ ປະຊາຄົມລາວ ອາໄສຢູ່ຫວຽດນາມ ດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກໃຫ້ເໝາະສົມກັບກົດໝາຍຂອງແຕ່ລະປະເທດ ແລະ ທຳນຽມສາກົນ.

        2 ຝ່າຍເນັ້ນໜັກເຖິງຄວາມສຳຄັນ ແລະ ເຫັນດີເປັນເອກະພາບເພີ່ມທະວີເສົາຄ້ຳການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ເພື່ອແນໃສ່ຮັກສາສະຖຽນລະພາບດ້ານການເມືອງ, ຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ແຕ່ລະປະເທດ; ກໍ່ສ້າງເສັ້ນຊາຍແດນຫວຽດນາມ - ລາວ ການເປັນເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາແບບຍືນຍົງ; ສືບຕໍ່ມານະພະຍາຍາມສົມທົບກັນຊອກຫາ, ທ້ອນໂຮມ ແລະ ສົ່ງອັດຖິທະຫານອາສາສະໝັກ ແລະ ນັກຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວ ກັບຄືນເມືອປະເທດ.

        2 ຝ່າຍເຫັນດີແບ່ງປັນຂໍ້ມູນຂ່າວສານຢ່າງທັນການ ແລະ ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນ, ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນບັນດາບັນຫາສາກົນ ແລະ ພາກພື້ນ, ໂດຍສະເພາະແມ່ນໃນຂອບເຂດການຮ່ວມມືອາຊຽນ…

        2 ຝ່າຍສືບຕໍ່ເນັ້ນໜັກເຖິງຄວາມສຳຄັນໃນເລື່ອງຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ປອດໄພຢູ່ທະເລຕາເວັນອອກ; ສະໜັບສະໜູນບົດບາດ ແລະ ບັນດາຫຼັກການຂອງອາຊຽນ; ເຫັນດີຊຸກຍູ້ບັນດາການແກ້ໄຂການຂັດແຍ້ງກັນຢູ່ທະເລຕາເວັນອອກ ໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982; ພ້ອມກັບບັນດາຝ່າຍທີ່ກ່ຽວຂ້ອງປະຕິບັດ ຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ຊຸກຍູ້ການບັນລຸກົດແຫ່ງການປະພຶດໃນທະເລຕາເວັນອອກ (COC) ໂດຍໄວຢ່າງແທດຈິງ ແລະ ມີປະສິດທິຜົນ, ປະກອບສ່ວນຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ