ຖະແຫຼງການຮ່ວມຫວຽດນາມ-ອົດສະຕາລີ

(VOVWORLD) - ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີອົດສະຕາລີ Malcolm Turnbull ມາເຂົ້າຮ່ວມກອງປະຊຸມສຸດຍອດ APEC 2017 ຢູ່ດ່ານັ້ງ ແລະ ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, 2 ຝ່າຍໄດ້ອອກຖະແຫຼງການຮ່ວມ.

ຖະແຫຼງການຮ່ວມຫວຽດນາມ-ອົດສະຕາລີ - ảnh 1ນາຍົກລັດຖະມົນຕີ 2 ທ່ານ

(ພາບ: TTXVN)

ຕາມຖະແຫຼງການ, ນາຍົກລັດຖະມົນຕີ 2 ທ່ານໄດ້ເຫັນດີໂດຍຖືວ່າ ອີງໃສ່ພື້ນຖານການຮ່ວມມືທີ່ມີຄວາມໝັ້ນຄົງ ແລະ ຄວາມສາມາດບົ່ມຊ້ອນຢ່າງແໜ້ນແຟ້ນລະຫວ່າງ 2 ປະເທດ, ການພົວພັນຫວຽດນາມ - ອົດສະຕາລີ ຄວນໄດ້ຮັບການຍົກສູງຂຶ້ນລະດັບຄູ່ຮ່ວມມືຍຸດທະສາດ. 2 ຝ່າຍໃຫ້ຄຳໝັ້ນສັນຍາວ່າ ຈະຜັນຂະຫຍາຍແຜນການກະທຳຫວຽດນາມ - ອົດສະຕາລີ ໄລຍະ 2016 - 2019 ຢ່າງຄົບຖ້ວນ; ຊຸກຍູ້ ແລະ ເຮັດໃຫ້ການພົວພັນຮ່ວມມືໃນຫຼາຍດ້ານ; ການປ້ອງກັນຊາດ, ການຄ້າ, ການລົງທຶນ, ການຮ່ວມມືພັດທະນາ, ການສຶກສາ, ແຮງງານ… ເລິກເຊິ່ງຂຶ້ນຕື່ມ, ກ່ຽວກັບການຮ່ວມມືດ້ານການຄ້າ ແລະ ການລົງທຶນ 2 ຝ່າຍ, 2 ຝ່າຍໃຫ້ຄຳໝັ້ນສັນຍາວ່າ ຈະນຳເສດຖະກິດຂອງ 2 ປະເທດໃຫ້ເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນຢ່າງເລິກເຊິ່ງກວ່າ. 2 ຝ່າຍເຫັນດີສືບຕໍ່ຮ່ວມມືຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ, ພິເສດແມ່ນຢູ່ຂັ້ນສູງອາຊີຕາເວັນອອກ (EAS) ກັບ ອາຊຽນ ສວມບົດບາດໃຈກາງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ຫວຽດນາມ ຈະຮ່ວມມືກັບບັນດາປະເທດສະມາຊິກອາຊຽນ ແລະ ອົດສະຕາລີ ຢ່າງແໜ້ນແຟ້ນ ເພື່ອກະກຽມໃຫ້ກອງປະຊຸມຂັ້ນສູງພິເສດອາຊຽນ - ອົດສະຕາລີ ເຊິ່ງຈະໄດ້ຈັດຕັ້ງໃນເດືອນ ມີນາ 2018.

ຕອບກັບ

ຂ່າວ/ບົດ​ອື່ນ