ຖະແຫຼງການຮ່ວມຫວຽດນາມ-ອີຢິບ: ປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ 2 ປະເທດ

(VOVWORLD) -ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ແລະ ພັນລະຍາໄປຢ້ຽມຢາມທາງລັດຖະກິດຢູ່ອີຢິບ ໃນລະຫວ່າງວັນທີ 25 – 28 ສິງຫາ 2018. ວັນທິ 28 ສິງຫາ, ຫວຽດນາມ ແລະ ອີຢິບ ໄດ້ອອກຖະແຫຼງການຮ່ວມ.

ຖະແຫຼງການຮ່ວມຫວຽດນາມ-ອີຢິບ: ປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ 2 ປະເທດ - ảnh 1 ຫວຽດນາມ-ອີຢິບ ປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ 2 ປະເທດ

(ພາບ: TTXVN)

ຖະແຫຼງການຮ່ວມຊີ້ແຈ້ງວ່າ,ໃນການຢ້ຽມຢາມ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ມີການເຈລະຈາຂັ້ນສູງກັບທ່ານປະທານາທິບໍດີອີຢິບ Abdel Fattah Al Sisi, ພົບປະເຈລະຈາກັບທ່ານປະທານສະພາແຫ່ງຊາດ Abdel Aal ແລະ ທ່ານນາຍົກລັດຖະມົນຕີ Mostafa Madboudy.

        ການນຳ 2 ທ່ານໄດ້ແລກປ່ຽນຢ່າງເລິກເຊິ່ງ, ກວ້າງຂວາງກ່ຽວກັບບັນດາບັນຫາ 2 ຝ່າຍ, ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ການນຳ 2 ທ່ານໄດ້ຢືນຢັນວ່າ, ການຢ້ຽມຢາມທາງລັດຖະກິດຂອງທ່ານປະທານປະເທດ ເຈີ່ນດ້າຍກວາງ ແມ່ນຂີດໝາຍສຳຄັນໃນການພົວພັນລະຫວ່າງ 2 ປະເທດ, ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ອີຢິບ. 2 ຝ່າຍສະແດງຄວາມເຊື່ອໝັ້ນວ່າ, ໝາກຜົນຂອງການຢ້ຽມຢາມອີຢິບ ຄັ້ງທຳອິດຂອງທ່ານປະທານປະເທດແຫ່ງສສ.ຫວຽດນາມ ຈະປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເປີດກວ້າງການຮ່ວມມືດ້ານການຄ້າ, ການລົງທຶນ, ການສຶກສາບຳລຸງສ້າງ, ຊຸກຍູ້ການພົບປະແລກປ່ຽນດ້ານວັດທະນະທຳ ແລະ ປະຊາຊົນ 2 ປະເທດ.

        ການນຳ 2 ປະເທດເຫັນດີຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນຜ່ານບັນດາຊ່ອງທາງຄື: ລັດຖະບານ, ສະພາແຫ່ງຊາດ, ທ້ອງຖິ່ນ, ປະຊາຊົນ, ວິສາຫະກິດ 2 ປະເທດ, ພອມທັງຢືນຢັນວ່າ ຄວນສືບຕໍ່ເສີມຂະຫຍາຍປະສິດທິຜົນບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວຄື: ຄະນະກຳມະການລະຫວ່າງລັດຖະບານ, ການທາບທາມຄວາມເຫັນດ້ານການເມືອງ ແລະ ບັນດາກົນໄກອື່ນ… 2 ຝ່າຍຮຽກຮ້ອງໃຫ້ປະຊາຄົມສາກົນຮ່ວມແຮງຮ່ວມໃຈເພື່ອສະກັດກັ້ນ ແລະ ແກ້ໄຂບັນດາການປະທະກັນດ້ານອາວຸດໂດຍສັນຕິວິທີ ສອດຄ່ອງກັບກົດບັດຂອງສະຫະປະຊາຊາດ ແລະ ກົດໝາຍສາກົນ.

        ການນຳ 2 ທ່ານໄດ້ເຫັນດີສືບຕໍ່ຊຸກຍູ້ການຮ່ວມມື 2 ຝ່າຍໃນບັນດາຂົງເຂດການຄ້າ, ການລົງທຶນ. ການນຳ 2 ທ່ານກໍ່ໄດ້ເປັນສັກຂີພິຍານການລົງນາມໃນບັນດາຂໍ້ຕົກລົງຮ່ວມມືໃນຫຼາຍຂົງເຂດ. 2 ຝ່າຍພ້ອມແລ້ວທີ່ຈະເພີ່ມທະວີໃນຫຼາຍຂົງເຂດ ແລະ ພ້ອມກັນມານະພະຍາຍາມເພື່ອຄວາມກ້າວໜ້າ ແລະ ຄວາມຮຸ່ງເຮືອງສິວິໄລຂອງແຕ່ລະພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ