ຖະແຫຼງການຮ່າໂນ້ຍ ແມ່ນມໍລະດົກ, ແມ່ນບາດກ້າວຫັນປ່ຽນໃນການເຄື່ອນໄຫວຂອງ IPU

ຖະແຫຼງການຮ່າໂນ້ຍ ແມ່ນມໍລະດົກ, ແມ່ນບາດກ້າວຫັນປ່ຽນໃນການເຄື່ອນໄຫວຂອງ IPU - ảnh 1
(ພາບປະກອບ: TTXVN)

(vovworld) - ກອງ​ປະຊຸມ​ໃຫຍ່ ສະຫະພັນ ​ລັດຖະສະພາ​ສາກົນ IPU 132 ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຮ່າ​ໂນ້ຍ, ສ່ອງ​ແສງ​ໃຫ້​ເຫັນ​ວິ​ໄສ​ທັດ, ຄຳ​ໝັ້ນ​ສັນຍາ​ຂອງ​ບັນດາ​​ສະມາຊິກ IPU, ​ເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ. ຜົນສຳ​ເລັດ​ຂອງ IPU 132 ​ໄດ້​ພິສູດ​ໃຫ້​ເຫັນ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ, ທັດສະນະ​ຢ່າງ​ແຮງ​ຂອງ IPU​ ໃນ​ຊີວິດດ້ານ​ການ​ເມືອງ​ທົ່ວ​ໂລກ, ກຳນົດ​ທິດ​ໃຫ້​ບາດກ້າ​ວພັດທະນາ​ຕໍ່​ໄປ​ຂອງ​ມວນ​ມະນຸດ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ, ທັງ​ເປັນ​ປະທານ IPU 132, ​ໄດ້​ຢືນຢັນ​ຄື​ດັ່ງກ່າວ​ທີ່​ການ​ປະຊຸມ​ຂ່າວ​ສາກົນ​ເມື່ອ​ຕອນ​ບ່າຍ​ວັນ​ທີ 1/4, ​ເພື່ອ​ແຈ້ງ​ບັນດາ​ຜົນງານ​ລະອຽດ​ທີ່​ບັນລຸ​ໄດ້​ຢູ່ IPU 132.

ສ່ວນ​ທ່ານປະທານ IPU, Saber Choudhury, ທັງ​ເປັນ​ປະທານ​ຮ່ວມ​ການ​ປະຊຸມ​ຂ່າວ ກໍ່​ຕີ​ລາຄາ​ສູງ​ວຽກ​ງານ​ຈັດ​ຕັ້ງ ​ແລະ ການ​ປະກອບສ່ວນ​ຢ່າງ​​ແທດ​ຈິງ​ຂອງ​ຫວຽດນາມ ​ຢູ່​ກອງ​ປະຊຸມ​ຄັ້ງ​ນີ້. ທ່ານ​ຢືນຢັນ​ວ່າ, IPU 132 ຕອບ​ສະໜອງ​ບັນດາ​ຄວາມ​ຫວັງ​ຂອງ IPU, ​ທ່ານປະທານ IPU ​ເນັ້ນ​ໜັກ​ວ່າ, IPU 132 ທີ່​ຈັດຕັ້ງ​ຢູ່​ຮ່າ​ໂນ້ຍ, ​ໄດ້​ສ້າງ​ບາດກ້າວ​ຫັນປ່ຽນ​ຢ່າງ​ແທ້​ຈິງ​ໃນ​ການ​ເຄື່ອນ​ໄຫວ​ຂອງ IPU, ນັ້ນ​ແມ່ນ​ຫັນ​ຄຳ​ເວົ້າ​ເປັນ​ການ​ກະທຳ​ຕົວ​ຈິງ.

ຂ້າພະ​ເຈົ້າ​ຖື​ວ່າ, ຖະ​ແຫຼ​ງການ​ຮ່າ​ໂນ້ຍ ​ແມ່ນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບ​ຮູ້​ຂອງ​ພວກ​ເຮົາ​ໄດ້​ມີ​ການ​ປ່ຽນ​ແປງ, ຫັນ​ຄຳ​ເວົ້າ​ເປັນການກະທຳ. ຖະ​ແຫຼ​ງການ​ຮ່າ​ໂນ້ຍ ​ແມ່ນ​ຖືກ​ກັບ​ຄວາມ​ໝາຍ​ຂອງ​ມັນ. ທີ​ໜຶ່ງ​ແມ່ນ​ໂດຍ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ສະ​ເໜີ. ທີ​ສອງ​ແມ່ນ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຢູ່​ຮ່າ​ໂນ້ຍ ​ແລະ ທີ​ສາມ​ແມ່ນ​ເປັນ​ມໍລະດົກ, ​ແມ່ນ​ການ​ປະກອບສ່ວນ​ຂອງ​ຫວຽດນາມ​ ໃຫ້​ທົ່ວ​ໂລກ. ພວກ​ຂ້າພະ​ເຈົ້າ​ຈະ​ຍື່ນ​ເອກະສານ​ນີ້​ຢູ່​ກອງ​ປະຊຸມ​ບັນດາ​ການ​ນຳ​ທີ່​ນິວຢອກ .

​ເມື່ອ​ຕອບ​ຄຳ​ຖາມ​ກ່ຽວ​ກັບ​ການ​ກະທົບ​ຂອງ​ຖະ​ແຫຼ​ງການ​ຮ່າ​ໂນ້ຍ ​ເຖິງ​ສະພາ​ແຫ່ງ​ຊາດ​ຫວຽດນາມ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ, ​ເນັ້ນ​ໜັກ​ວ່າ:

​ໃນ​ໄລຍະ​ຈະ​ມາ​ເຖິງ, ສະພາ​ແຫ່ງ​ຊາດ​ຫວຽດນາມ​ ຜັນ​ຂະຫຍາຍ​ການ​ປ່ຽນ​ໃໝ່ຢ່າງ​ຕັ້ງໜ້າ, ສ້າງ​ກົດໝາຍ​ໃກ້ຊິດ​ຕິດ​ແທດກັບ​ຄາດໝາຍ​ສະຫັດ​ຕະວັດ,  ​ແລະ ​ໂຄງການ​ດຳ​ເນີນ​ງານ, ນັ້ນ​ແມ່ນ​ຖື​ປະຊາຊົນ​ເປັນ​ໃຈກາງ​ ​ແລະ ດຳ​ເນີນ​ມາດ​ຕະການ​ສຳຄັນ. ສະພາ​ແຫ່ງ​ຊາດ​ຫວຽດນາມ​ຕ້ອງ​ມີ​ການ​ກະທຳ ​ແລະ ຫັນ​ການ​ກະທຳ​ນັ້ນ​ໃຫ້​ເປັນ​ການ​ກະທຳ​ຂອງ​ລັດຖະບານ, ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ, ກໍ່​ຄື​ລົງ​ສູ່​ແຕ່ລະຄົນ ​ເພື່ອ​ໃຫ້​ປະຊາຊົນ​ແກ້​ໄຂ​ບັນດາ​ຄາດໝາຍ​ສະຫັດ​ຕະວັດ​ດ້ວຍ​ຕົນ​ເອງ“.

ຕອນ​ຄຳ່​ວັນ​ທີ 1/4, ນະຄອນ​ຮ່າ​ໂນ້ຍ​ ໄດ້​ຈັດ​ງານ​ໂຮມ​ຊຸມນຸມຊົມ​ເຊີຍຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່ IPU 132.

ຂ່າວ/ບົດ​ອື່ນ