ຖະແຫລງການຮ່ວມ ຫວຽດນາມ -ກຳປູເຈຍ

(VOVWORLD) -ສອງຝ່າຍ ເຫັນດີຊຸກຍູ້ ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ການສຶກສາ, ວິທະຍາສາດ ເຕັກນິກ ບົນພື້ນຖານຄວາມສາມາດບົ່ມຊ້ອນ ທ່າແຮງຂອງແຕ່ລະປະເທດ, ສູ້ຊົນນຳວົງເງິນການຄ້າສອງສົ້ນບັນລຸ 5 ຕື້ USD.
ຖະແຫລງການຮ່ວມ ຫວຽດນາມ -ກຳປູເຈຍ - ảnh 1ທ່ານຫງວຽນຟູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະ ທ່ານ Hun sen ນາຍົກລັດຖະມົນຕີກຳປູເຈຍ.

ໃນຂອບເຂດການຢ້ຽມຢາມ ທາງລັດຖະກິດ ກຳປູເຈຍ ແຕ່ວັນທີ 25 – 26 ກຸມພາ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ, ວັນທີ 26 ກຸມພາ, ສອງຝ່າຍໄດ້ອອກຖະແຫລງການຮ່ວມ ລວມມີ 10 ຂໍ້ ຢືນຢັນ: ເພີ່ມທະວີການພົວພັນຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ ແລະ ກຳປູເຈຍ. ສອງຝ່າຍ ເຫັນດີ ເພີ່ມທະວີ ແລະ ນຳການພົວພັນດ້ານການເມືອງເຂົ້າສູ່ລວງເລິກ, ຍົກສູງປະສິດທິຜົນບັນດາກົນໄກຮ່ວມມືລະຫວ່າງສອງປະເທດ, ເປີດກວ້າງການຮ່ວມມື, ຊ່ວຍເຫລືອເຊິ່ງກັນ ແລະກັນ ລະຫວ່າງບັນດາກະຊວງ, ຄະນະ, ຂະແຫນງການ, ອົງການຈັດຕັ້ງມະຫາຊົນ ຢູ່ ສູນກາງ ແລະ ທ້ອງຖິ່ນຂອງສອງປະເທດ.

ສອງຝ່າຍ ເຫັນດີຊຸກຍູ້ ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ, ວັດທະນະທຳ, ການສຶກສາ, ວິທະຍາສາດ ເຕັກນິກ ບົນພື້ນຖານຄວາມສາມາດບົ່ມຊ້ອນ ທ່າແຮງຂອງແຕ່ລະປະເທດ, ສູ້ຊົນນຳວົງເງິນການຄ້າສອງສົ້ນບັນລຸ 5 ຕື້ USD.

ສອງຝ່າຍເນັ້ນຫນັກຄວາມສຳຄັນ ແລະ ເຫັນດີ ເພີ່ມທະວີການຮ່ວມມືກ່ຽວກັບດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ.

ສອງຝ່າຍຢືນຢັນ ເຄົາລົບ ແລະ ປະຕິບັດບັນດາສົນທິສັນຍາກຳນົດຊາຍແດນ ແລະ ບັນດາສັນຍາ, ຂໍ້ຕົກລົງກ່ຽວຂ້ອງເຖິງຊາຍແດນ ທີ່ໄດ້ລົງນາມລະຫວ່າງສອງປະເທດ ຢ່າງຄົບຖ້ວນ.

ສອງຝ່າຍເຫັນດີແບ່ງປັນຂໍ້ມູນຂ່າວສານເປັນປະຈຳ ແລະ ສົມທົບກັນຢ່າງແຫນ້ນແຟ້ນ, ມີປະສິດທິຜົນ, ສະຫນັບສະຫນູນເຊິ່ງກັນ ແລະກັນໃນບັນດາບັນຫາສາກົນ ແລະ ພາກພື້ນ, ເປັນຕົ້ນໃນພາກພື້ນ ອາຊຽນ. ສປຊ ແລະ ບັນດາກົນໄກຮ່ວມມືອະນຸພາກພື້ນແມ່ນ້ຳຂອງ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ ພາກພື້ນ ແລະ ໃນໂລກ.

ສອງຝ່າຍສືບຕໍ່ເນັ້ນຫນັກເຖິງຄວາມສຳຄັນຂອງ ເລື່ອງຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພການເດີນທະເລ ແລະ ການບິນ ຢູ່ ທະເລຕາເວັນອອກ.

ໃນຖະແຫລງການ, ສອງຝ່າຍຮັບຮູ້ການລົງນາມໃນເອກະສານຮ່ວມມື ລະຫວ່າງສອງປະເທດ 5 ສະບັບ.

ຕອບກັບ

ຂ່າວ/ບົດ​ອື່ນ