ຖ່າຍທອດສົດທາງໂທລະພາບ ດ້ຽນບຽນ - ທ້າຍງວຽນ

ຖ່າຍທອດສົດທາງໂທລະພາບ ດ້ຽນບຽນ - ທ້າຍງວຽນ - ảnh 1

ຄະ​ນະພະ​ນັກ​ງານ​ວິທະຍຸ - ​ໂທລະພາບ ທ້າຍ​ງວຽນ ​ໄປ​ສຳ​ຫຼວດຕົວ​ຈິງ
(ພາບ: ອີນເຕີເນັດ)

(vovworld) - ລາຍການ​ຖ່າຍ​ທອດ​ສົດ​ທາງ​ໂທລະພາບ ດ້ຽນບຽນ - ​ທ້າຍ​ງວຽນ ດ້ວຍ​ຫົວ​ຂໍ້​ວ່າ: “ຈາກ ATK ​ທ້າຍ​ງວຽນ ​ເຖິງໄຊຊະນະ​ປະຫວັດສາດ ດ້ຽນບຽນ​ຟູ໋” ຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 6/5. ລາຍການ​ຖ່າຍ​ທອດ​ສົດ​ນີ້ ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່ມີ​ຄວາມ​ໝາຍ​ແທດ​ຈິງ ​ເພື່ອ​ສະ​ເຫຼີ​ມສະຫຼອງ 58 ປີ​ແຫ່ງ​ວັນ​ໄຊຊະນະ​ປະຫວັດສາດ ດ້ຽນບຽນ​ຟູ໋ (7/5/1954 – 7/5/2012). ​ໃນ​ລາຍການ, ຜູ້​​ຊົມ​ຈະ​ໄດ້​ພົບ​ປະ​ກັບ​ບັນດາຕົວ​ພິຍານ​ຫຼັກ​ຖານ​ທີ່​ໄດ້​ສ້າງ​​ເປັນໄຊຊະນະ​ຢ່າງ​ສະຫງ່າ​ລາສີ​ໃຫ້​ແກ່​ປະຫວັດສາດ​ຂອງ​ປະ​ເທດ​ຊາດ, ພ້ອມ​ທັງ​ເຫັນ​ປະຈັກ​ຕາ​ທ່າ​ອ່ຽງພັດທະນາ, ປ່ຽນ​ແປງ​ໃໝ່ຂອງ ດ້ຽນບຽນ​ຟູ໋.

ຂ່າວ/ບົດ​ອື່ນ