ຖານ​ຂໍ້​ມູນ​ແຫ່ງ​ຊາດ ກ່ຽວ​ກັບ​ພົນ​ລະ​ເມືອງ ແລະ ​ຖານ​ຂໍ້​ມູນ​ກ່ຽວ​ກັບບັດປະຈຳຕົວ ແມ່ນ​ບາດ​ກ້າວ​ເດີນ​ໃນ​ວິ​ວັດ​ທະ​ນາການ​ປ່ຽນ​ແປງ​ໃໝ່​ການ​ບໍ​ລິ​ຫານ​ແຫ່ງ​ຊາດ​ຕາມ​ທິດ​ທັນ​ສະ​ໄໝ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເນັ້ນໜັກວ່າ ຕ້ອງນຳໃຊ້ຊັບພະຍາກອນຂໍ້ມູນຢ່າງແທດຈິງ, ມີປະສິດທິຜົນ, ມີລັກສະນະເຊື່ອມຕໍ່ສູງ, ບໍ່ພຽງແຕ່ປະຕິບັດວຽກງານຄຸ້ມຄອງພົນລະເມືອງ, ຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ, ການປ້ອງກັນ, ຕ້ານອາດຊະຍາກຳເທົ່ານັ້ນ ຫາກຍັງຕ້ອງຮັບໃຊ້ໃຫ້ແກ່ບັນດາໜ້າທີ່ພັດທະນາເສດຖະກິດ - ສັງຄົມ ແລະ ບັນດາໜ້າທີ່ຮີບດ່ວນຕ່າງໆອີກດ້ວຍ,
ຖານ​ຂໍ້​ມູນ​ແຫ່ງ​ຊາດ ກ່ຽວ​ກັບ​ພົນ​ລະ​ເມືອງ ແລະ ​ຖານ​ຂໍ້​ມູນ​ກ່ຽວ​ກັບບັດປະຈຳຕົວ ແມ່ນ​ບາດ​ກ້າວ​ເດີນ​ໃນ​ວິ​ວັດ​ທະ​ນາການ​ປ່ຽນ​ແປງ​ໃໝ່​ການ​ບໍ​ລິ​ຫານ​ແຫ່ງ​ຊາດ​ຕາມ​ທິດ​ທັນ​ສະ​ໄໝ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະ ທ່ານ ພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ

ກ່າວຄຳເຫັນທີ່ພິທີສະຫຼຸບການສ້າງຕັ້ງ ແລະ ຜັນຂະຫຍາຍໂຄງການຖານຂໍ້ມູນແຫ່ງຊາດກ່ຽວກັບ ພົນລະເມືອງ, ໂຄງການຜະລິດ, ສະໜອງ ແລະ ຄຸ້ມຄອງບັດປະຈຳຕົວ ພົນລະເມືອງ ແລະ ພິທີປະກາດການເຄື່ອນໄຫວລະບົບຢ່າງເປັນທາງການ ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 22 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເນັ້ນໜັກວ່າ ຕ້ອງນຳໃຊ້ຊັບພະຍາກອນຂໍ້ມູນຢ່າງແທດຈິງ, ມີປະສິດທິຜົນ, ມີລັກສະນະເຊື່ອມຕໍ່ສູງ, ບໍ່ພຽງແຕ່ປະຕິບັດວຽກງານຄຸ້ມຄອງພົນລະເມືອງ, ຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ, ການປ້ອງກັນ, ຕ້ານອາດຊະຍາກຳເທົ່ານັ້ນ ຫາກຍັງຕ້ອງຮັບໃຊ້ໃຫ້ແກ່ບັນດາໜ້າທີ່ພັດທະນາເສດຖະກິດ - ສັງຄົມ ແລະ ບັນດາໜ້າທີ່ຮີບດ່ວນຕ່າງໆອີກດ້ວຍ, ຄືໃນປັດຈຸບັນ ແມ່ນຮັບໃຊ້ໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງທັນການ. ທ່ານກ່າວວ່າ:

ສືບຕໍ່ຍູ້ແຮງການເຊື່ອມຕໍ່, ກະທົບ ແລະ ສະໜອງບັນດາການບໍລິການສາທາລະນະທາງອອນລາຍ ລະຫວ່າງ ລັດຖະບານ ກັບບັນດາກະຊວງ, ຂະແໜງການ, ອົງການຄຸ້ມຄອງບໍລິຫານໃນທຸກຂັ້ນ, ບັນດາອົງການການເມືອງ, ສັງຄົມທີ່ກ່ຽວຂ້ອງ. ພ້ອມທັງ ເຊື່ອມຕໍ່ກັບບັນດາ ຖານຂໍ້ມູນຕ່າງໆ ເພື່ອຮັບໃຊ້ບັນດາໜ້າທີ່ພັດທະນາເສດຖະກິດ - ສັງຄົມ ແລະ ການປ້ອງກັນຕ້ານໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ