ຖານ​ທີ່ໝັ້ນ ອາ​ເມ​ລິ​ກາ ປະ​ຈໍາ ອີຣັກ ຖືກ​ບຸກ​ໂຈມ​ຕີີ

(VOVWORLD) - ວັນທີ 29 ທັນວາ, ລູກຈະຫຼວດ 4 ລູກ ໄດ້ຍິງໃສ່ຖານທີ່ໝັ້ນ ເຊິ່ງເປັນບ່ອນປະຈໍາການຂອງທະຫານ ອາເມລິກາ ຢູ່ໃກ້ກັບນະຄອນຫຼວງ Baghdad ຂອງ ອີຣັກ, ພາຍຫຼັງ ອາເມລິກາ ດໍາເນີນການບຸກໂຈມຕີທາງອາກາດ ແນໃສ່ກໍາລັງໜຶ່ງ ທີ່ໄດ້ຮັບຖືວ່າ ໄດ້ຮັບການໜູນຫຼັງຈາກ ອີຣານ.
ຖານ​ທີ່ໝັ້ນ ອາ​ເມ​ລິ​ກາ ປະ​ຈໍາ ອີຣັກ ຖືກ​ບຸກ​ໂຈມ​ຕີີ - ảnh 1ທະຫານ ອາເມລິກາ ຝຶກແອບຢູ່ ຖານທີ່ໝັ້ນ Basmaya, ນະຄອນຫຼວງ Baghdad  (ພາບເອກະສານ: AFP/TTXVN)

        ກ່ອນໜ້ານັ້ນພຽງແຕ່ 2 – 3 ຊົ່ວໂມງ, ກໍາລັງ ອາເມລິກາ ໄດ້ບຸກໂຈມຕີໃສ່ຖານທີ່ໝັ້ນ 5 ແຫ່ງ ຂອງກຸ່ມ Kata’ib Hezbollah (KH) ຢູ່ ອີຣັກ ແລະ ຊີຣີ ເພື່ອແນໃສ່ໂຕ້ຕອບຄືນບັນດາການບຸກໂຈມຕີຢ່າງລ່ຽນຕິດຂອງ KH ທີ່ແນໃສ່ກໍາລັງທະຫານປະສົມ ໂດຍ ອາເມລິກາ ນໍາໜ້າ ຢູ່ ອີຣັກ.

ບັນດາຖານທີ່ໝັ້ນ ທີ່ມີທະຫານ ອາເມລິກາ ປະຈໍາການ ຢູ່ ອີຣັກ ແລະ ເຂດຂຽວ ຢູ່ນະຄອນຫຼວງ Baghdad ແມ່ນເປົ້າໝາຍຂອງບັນດາເຫດບຸກໂຈມຕີຂອງບັນດາກໍາລັງກະບົດ. ປັດຈຸບັນ ອາເມລິກາ ພວມມີທະຫານປະມານ 5.000 ຄົນ ປະຈໍາການ ຢູ່ ອີຣັກ ເພື່ອໜູນຊ່ວຍໃຫ້ແກ່ກໍາລັງຂອງປະເທດນີ້.


ຕອບກັບ

ຂ່າວ/ບົດ​ອື່ນ