ຖານ​ທີ່​ໝັ້ນ​ການ​ທະ​ຫານຂອງ ອາ​ເມ​ລິ​ກາ​ຢູ່ ອີ​ຣັກ ຖືກ​ບຸກ​ໂຈມ​ຕ​ີ, ມີ​ພົນ​ທະ​ຫານ​ຢ່າງ​ຫນ້ອຍ​ສຸດ 5 ຄົນ​ໄດ້​ຮັບ​ບາດ​ເຈັບ

(VOVWORLD) - ສອງແຫລ່ງຂ່າວຈາກກຳລັງປ້ອງກັນຄວາມສະຫງົບໃຫ້ຮູ້ວ່າ ຖານທີ່ໝັ້ນກອງທັບ ອາກາດ al Asad ຢູ່ ພາກຕາເວັນຕົກ ອີຣັກ ຖືກລູກຈະລວດ 2 ລູກຍິງໃສ່. 
ຖານ​ທີ່​ໝັ້ນ​ການ​ທະ​ຫານຂອງ ອາ​ເມ​ລິ​ກາ​ຢູ່ ອີ​ຣັກ ຖືກ​ບຸກ​ໂຈມ​ຕ​ີ, ມີ​ພົນ​ທະ​ຫານ​ຢ່າງ​ຫນ້ອຍ​ສຸດ 5 ຄົນ​ໄດ້​ຮັບ​ບາດ​ເຈັບ - ảnh 1ຖານທີ່ໝັ້ນກອງທັບ ອາກາດ al Asad ຢູ່ ພາກຕາເວັນຕົກ ອີຣັກ ຖືກລູກຈະລວດ 2 ລູກຍິງໃສ່ (ພາບເອກະສານ: IRNA/TTXVN)

ມີພົນທະຫານ ອາເມລິກາ ຢ່າງຫນ້ອຍສຸດ 5 ຄົນໄດ້ຮັບບາດເຈັບ ໃນການບຸກໂຈມຕີ ທີ່ເລັ່ງໃສ່ຖານທີ່ໝັ້ນການທະຫານຂອງປະເທດນີ້ ຢູ່ ອີຣັກ ໃນວັນທີ 5 ສິງຫາ.ສອງແຫລ່ງຂ່າວຈາກກຳລັງປ້ອງກັນຄວາມສະຫງົບໃຫ້ຮູ້ວ່າ ຖານທີ່ໝັ້ນກອງທັບ ອາກາດ al Asad ຢູ່ ພາກຕາເວັນຕົກ ອີຣັກ ຖືກລູກຈະລວດ 2 ລູກຍິງໃສ່. ປະຈຸບັນ ຍັງບໍ່ທັນຮູ້ຝ່າຍໃດຫນູນຫລັງເຫດບຸກໂຈມຕີນີ້.

ທິດກ່ອນ, ບັນດາເຈົ້າຫນ້າທີ່ ອາເມລິກາ ໃຫ້ຮູ້ວ່າ: ວໍຊິງຕັນ ໄດ້ດຳເນີນການບຸກໂຈມຕີທາງອາກາດ ຢູ່ ອີຣັກ ດ້ວຍຈຸດປະສົງປ້ອງກັນຕົວ. ອາເມລິກາ ຖະແຫລງ ແມ່ນເລັ່ງໃສ່ບັນດາເປົ້າໝາຍ ຊື່ງ ວໍຊິງຕັນ ກ່າວຫາວ່າ ແມ່ນພວກກະບົດພວມກະກຽມຍິງອຸປະກອນບິນບໍ່ມີຄົນຂັບ ກໍ່ຄວາມນາບຂູ່ໃຫ້ແກ່ກຳລັງ ອາເມລິກາ ແລະກຳລັງທະຫານປະສົມ.

ຕອບກັບ

ຂ່າວ/ບົດ​ອື່ນ