ຖານ​ທີ່​ໝັ້ນ​ຂອງ ອີ​ຣັກ​ທີ່​ມີ ທະ​ຫານ ອາ​ເມ​ລິກ​າ​ ຕັ້ງ​ທັ​ບ​ຖ​ືກ​ບຸກ​ໂຈມ​ຕີດ້ວຍ​ລູກສອນໄຟ

(VOVWORLD) -ສ່ືມວນຊົນຢູ່ພາກພື້ນໃຫ້ຮູ້ວ່າ ບັນດາສ່ວນປະກອບຂອງລູກສອນໄຟໄດ້ຕົກຢູ່ໃກ້ກັບຖານທີ່ໝັ້ນ Al-Qayyarah ແລະ ຢັ້ງຢືນວ່າເຫດບຸກໂຈມຕີບໍ່ເຮັດໃຫ້ຜູ້ໃດຖືກເສຍຊີວິດ ຫຼືສ້າງຄວາມເສຍຫາຍດ້ານວັດຖຸ.

ຕາມແຫຼ່ງຂ່າວຄວາມໝັ້ນຄົງ ໃຫ້ຮູ້ວ່າ, ໃນວັນທີ 1 ກຸມພາ, ມີ ລູກສອນໄຟຈຳນວນໜຶ່ງ ໄດ້ຍິງໃສ່ຖານທີ່ໝັ້ນທາງອາກາດ Al-Qayyarah ຂອງ ອີຣັກ, ເຊິ່ງເປັນສະຖານທີ່ຕັ້ງທັບຂອງ ບັນດາກຳລັງທະຫານອາເມລິກາ, ແຕ່ບໍ່ປະກາດກ່ຽວກັບຈຳນວນຜູ້ເສຍຊີວິດ. ມາຮອດປັດຈຸບັນ, ຍັງບໍ່ມີກຸ່ມປະກອບອາວຸດໃດກ່າວ ຮັບຜິດຊອບກ່ຽວກັບບັນດາເຫດບຸກໂຈມຕີດ້ວຍລູກສອນໄຟໃສ່ຖານທີ່ໝັ້ນ Al-Qayyarah, ກໍ່ຄືບັນດາເຫດບຸກໂຈມຕີຄ້າຍຄືກັນ ໃສ່ຖານທີ່ໝັ້ນຢູ່ Anbar, Salahuddin, Kirkuk ແລະ Baghdad ຂອງ ອີຣັກ.

ຕອບກັບ

ຂ່າວ/ບົດ​ອື່ນ