ຖ້ຽວບິນໂດຍກົງທຳອິດສົ່ງພົນລະເມືອງຫວຽດນາມ ຈາກສ.ເຊັກໂກ ກັບຄືນຫວຽດນາມ

(VOVWORLD) -ຖ້ຽວບິນໂດຍກົງຈາກສ.ເຊັກໂກ ມາຍັງຫວຽດນາມ ທີ່ຈັດສົ່ງພົນລະເມືອງຫວຽດນາມ 300 ຄົນຈາກ 4 ປະເທດ
ຖ້ຽວບິນໂດຍກົງທຳອິດສົ່ງພົນລະເມືອງຫວຽດນາມ ຈາກສ.ເຊັກໂກ ກັບຄືນຫວຽດນາມ - ảnh 1 (ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສ.ເຊັກໂກ ທ໊າຍຊວນຢຸງ)

ໂດຍປະຕິບັດຕາມແຜນນະໂຍບາຍຂອງລັດຖະບານຫວຽດນາມ ກ່ຽວກັບການໜູນຊ່ວຍພົນລະເມືອງຫວຽດນາມ ທີ່ພວມຕິດຄ້າງຢູ່ບັນດາປະເທດໃນໂລກຍ້ອນໂລກລະບາດໂຄວິດ-19, ຕອນຄ່ຳວັນທີ 21 ພະຈິກ, ຖ້ຽວບິນໂດຍກົງຈາກສ.ເຊັກໂກ ມາຍັງຫວຽດນາມ ທີ່ຈັດສົ່ງພົນລະເມືອງຫວຽດນາມ 300 ຄົນຈາກ 4 ປະເທດຄື: ສ.ເຊັກໂກ, ຮຸງກາຣີ, ໂປໂລຍ ແລະ ໂອຕາລິດ ໂດຍບໍລິສັດການບິນ Bamboo Airways ປະຕິບັດ, ເລີ່ມບິນຈາກສະໜາມບິນ Praha ກັບມາຫວຽດນາມ. ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳສ.ເຊັກໂກ ທ໊າຍຊວນຢຸງ, ໃຫ້ຮູ້ວ່າ.

        “ເລື່ອງເປີດຖ້ຽວບິນນີ້ ແມ່ນປະຖົມປັດໃຈເພື່ອປະກອບສ່ວນຜັນຂະຫຍາຍຂໍ້ຕົກລົງລະຫວ່າງລັດຖະບານຫວຽດນາມ ແລະ ສ.ເຊັກໂກ ໃນການເປີດສາຍການບິນໂດຍກົງລະຫວ່າງຮ່າໂນ້ຍ - Praha ພາຍຫຼັງໂລກລະບາດໂຄວິດ-19 ໄດ້ຮັບການຄວບຄຸມ. ເລື່ອງເປີດສາຍການບິນນີ້ບໍ່ພຽງແຕ່ສ້າງຄວາມສະດວກໃຫ້ແກ່ການໄປມາຂອງພົນລະເມືອງຫວຽດນາມ ອາໄສຢູ່ສ.ເຊັກໂກ ເທົ່ານັ້ນ, ຫາກນັບທັງພົນລະເມືອງຂອງ 2 ປະເທດອີກດ້ວຍ. ຜ່ານນັ້ນ, ຊຸກຍູ້ການພົວພັນແລກປ່ຽນທາງດ້ານເສດຖະກິດ, ການຄ້າ, ການລົງທຶນ ແລະ ທ່ອງທ່ຽວ”.

ຕອບກັບ

ຂ່າວ/ບົດ​ອື່ນ