ຖື​ເປັນ​ສຳ​ຄັນ ແລະ ໃຫ້​ບຸ​ລິມ​ະ​ສິດ​ສູງ​ສຸດ​ໃຫ້​ແກ່​ສາຍ​ພົວ​ພັນ​ລ​ະຫວ່າງ ຫວຽດ​ນາມ - ລາວ

(VOVWORLD) -ຮອງນາຍົກລັດຖະມົນຕີສອງທ່ານຢັ້ງຢືນວ່າ ຍາມໃດກໍໃຫ້ບຸລິມະສິດສູງສຸດແກ່ສາຍພົວພັນລະຫວ່າງ ຫວຽດນາມ - ລາວ.
ຖື​ເປັນ​ສຳ​ຄັນ ແລະ ໃຫ້​ບຸ​ລິມ​ະ​ສິດ​ສູງ​ສຸດ​ໃຫ້​ແກ່​ສາຍ​ພົວ​ພັນ​ລ​ະຫວ່າງ ຫວຽດ​ນາມ - ລາວ - ảnh 1ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ພ້ອມດ້ວຍຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ ສປຊ

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມປຶກສາຫາລືຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 77 ຢູ່ນະຄອນ ນິວຢອກ (ອາເມລິກາ), ວັນທີ 23 ກັນຍາ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ໄດ້ພົບປະກັບທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ລາວ ສະເຫຼີມໄຊ ກົມມະສິດ.

      ທີ່ການພົບປະ, ສອງຝ່າຍຢັ້ງຢືນວ່າ ຍາມໃດກໍໃຫ້ບຸລິມະສິດສູງສຸດແກ່ສາຍພົວພັນລະຫວ່າງ ຫວຽດນາມ - ລາວ. ສອງຝ່າຍເຫັນດີເປັນເອກະພາບ ຕັດສິນໃຈຜັນຂະຫຍາຍປະຕິບັດຂໍ້ຕົກລົງສະບັບຕ່າງໆ ເຊິ່ງການນຳຂັ້ນສູງສອງປະເທດໄດ້ລົງນາມ ແລະ ໝາກຜົນກອງປະຊຸມຄະນະກຳມະການຮ່ວມມືທະວີພາຄີລະຫວ່າງລັດຖະບານ ຫວຽດນາມ - ລາວ ຄັ້ງທີ 44; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ຈັດຕັ້ງຜັນຂະຫຍາຍວຽກງານແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນໃຫ້ເປັນຢ່າງດີ; ເພີ່ມທະວີການສົມທົບ, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສສາກົນ, ພາກພື້ນ ແລະ ອະນຸພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ