ທຸກ​ເປົ້າ​ໝາຍ​​ເຄື່ອນ​ໄຫວ​ຂອງ ຫວຽດ​ນາມ ລ້ວນ​ແຕ່​ມຸ່ງ​ໄປ​ເຖິງ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ

(VOVWORLD) -ໃນທຸກວຽກງານຂອງພັກ ແລະ ລັດ, ຍາມໃດກໍຕ້ອງຊາບຊຶມທັດສະນະ “ຖືປະຊາຊົນເປັນກົກ”; “ຕ້ອງມີຄວາມເຊື່ອໝັ້ນ, ເຄົາລົບ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ຢຶດໝັ້ນປະຕິບັດທິດນຳ “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມ ແລະ ປະຊາຊົນຊົມໃຊ້” ຢ່າງເລິກເຊິ່ງ.
ທຸກ​ເປົ້າ​ໝາຍ​​ເຄື່ອນ​ໄຫວ​ຂອງ ຫວຽດ​ນາມ ລ້ວນ​ແຕ່​ມຸ່ງ​ໄປ​ເຖິງ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ - ảnh 1ຕູ້ ATM ເຂົ້າສານຢູ່ນະຄອນ ລອງຊວຽນ (ພາບ: TTXVN)

  ໜຶ່ງໃນບັນດາບົດຮຽນທີ່ຖອດຖອນມາໄດ້ຈາກພຶດຕິກຳຕົວຈິງຂອງວິວັດແຫ່ງການປ່ຽນແປງໃໝ່ ທີ່ໄດ້ເຕື້ອງເຖິງໃນເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງ ພັກກອມມູນິດຫວຽດນາມ ນັ້ນແມ່ນ: ໃນທຸກວຽກງານຂອງພັກ ແລະ ລັດ, ຍາມໃດກໍຕ້ອງຊາບຊຶມທັດສະນະ “ຖືປະຊາຊົນເປັນກົກ”; “ຕ້ອງມີຄວາມເຊື່ອໝັ້ນ, ເຄົາລົບ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນ, ຢຶດໝັ້ນປະຕິບັດທິດນຳ “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ, ປະຊາຊົນຕິດຕາມ ແລະ ປະຊາຊົນຊົມໃຊ້” ຢ່າງເລິກເຊິ່ງ. ທ່ານ ປອ ງຽມຫວູຂາຍ, ອະດີດຮອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຖືວ່າ, ທິດນຳການເຄື່ອນໄຫວຂອງພັກກອມມູນິດ ຫວຽດນາມ ໄດ້ວາງອອກນັ້ນແມ່ນ “ປະຊາຊົນຮູ້, ປະຊາຊົນປຶກສາຫາລື, ປະຊາຊົນເຮັດ, ປະຊາຊົນກວດກາ” ແລະ ຈຸດໃໝ່ໃນບົດລາຍງານການເມືອງຄັ້ງນີ້ແມ່ນ “ປະຊາຊົນຕິດຕາມ ແລະ ປະຊາຊົນຊົມໃຊ້” ເຊິ່ງໄດ້ສະແດງໃຫ້ເຫັນພື້ນຖານປະຊາທິປະໄຕໃນສັງຄົມ ນັບມື້ນັບໄດ້ຮັບການເປີດກວ້າງ, ກ້າວເຂົ້າສູ່ຄວາມເປັນລະບຽບຮຽບຮ້ອຍ ໃນວິວັດການສ້າງລັດແຫ່ງນິຕິບັນຍັດ ສັງຄົມນິຍົມ ຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ ດ້ວຍທັດສະນະລຸລ່ວງ: ຖືປະຊາຊົນເປັນກົກ.

        “ປະຊາຊົນຊົມໃຊ້ບັນດາຄຸນຄ່າກ່ຽວກັບປະຊາທິປະໄຕ, ຄຸນຄ່າຂອງຜູ້ເປັນເຈົ້າ, ໝາຍຄວາມວ່າ ໄດ້ມີສິດເຂົ້າຮ່ວມວິວັດການເຄື່ອນໄຫວການເມືອງ, ສ້າງລະບົບການເມືອງໃຫ້ສົມບູນແບບ, ກໍຄືວິວັດການຊີ້ນຳນຳພາປະເທດຊາດ. ການເຂົ້າຮ່ວມຂອງປະຊາຊົນແມ່ນວິວັດການສ້າງນະໂຍບາຍ, ປະຕິບັດນະໂຍບາຍ ແລະ ຊົມໃຊ້ນະໂຍບາຍນັ້ນ ແລະ ມີຄວາມຮັບຜິດຊອບຕໍ່ນະໂຍບາຍນັ້ນ. ເປັນແນວນັ້ນ ຈຶ່ງຈະສ້າງໄດ້ກຳລັງແຮງສາມັກຄີໃນໝູ່ປະຊາຊົນ ແລະ ສ້າງຄວາມສະໜິດຕິດພັນລະຫວ່າງກຳລັງນຳພາຂອງພັກ, ກຳລັງຄຸ້ມຄອງຂອງລັດ.”


 

ຕອບກັບ

ຂ່າວ/ບົດ​ອື່ນ