ທັງ ສ.​ເກົາຫຼີ ​ແລະ ສປປ.​ເກົາຫຼີ ລ້ວນ​​ແຕ່​ລະ​ເມີດ​ຂໍ້​ຕົກລົງ​ຢຸດ​ຍິງ ​ໃນ​ເຫດ​ຍິງ​ປືນ​ຢູ່​ເຂດ​ປອດ​ການ​ທະຫານ

(VOVWORLD) -UNC ໄດ້ສະຫຼຸບວ່າ ສປປ.ເກົາຫຼີ ໄດ້ລະເມີດຂໍ້ຕົກລົງ ເມື່ອໄດ້ຍິງປືນໃສ່ປ້ອມຍາມຂອງ ສ.ເກົາຫຼີ ແລະ ສ.ເກົາຫຼີ ກໍລະເມີດຂໍ້ຕົກລົງຢຸດຍິງຄືກັນ ເມື່ອຍິງໂຕ້ຕອບ ສປປ.ເກົາຫຼີ.
ທັງ ສ.​ເກົາຫຼີ ​ແລະ ສປປ.​ເກົາຫຼີ ລ້ວນ​​ແຕ່​ລະ​ເມີດ​ຂໍ້​ຕົກລົງ​ຢຸດ​ຍິງ ​ໃນ​ເຫດ​ຍິງ​ປືນ​ຢູ່​ເຂດ​ປອດ​ການ​ທະຫານ - ảnh 1 ເຂດປອດການທະຫານ (DMZ) ຢູ່ຊາຍແດນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ (ພາບປະກອບ:  Yonhap/TTXVN)

        ໃນຖະແຫຼງການທີ່ໄດ້ຍົກອອກໃນວັນທີ 26 ພຶດສະພາ, ກອງບັນຊາການ ສປຊ (UNC) ຊີ້ແຈ້ງວ່າ ທັງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ ລ້ວນແຕ່ລະເມີດຂໍ້ຕົກລົງຢຸດຍິງໃນເຫດຍິງປືນໃສ່ກັນ ເມື່ອຕົ້ນເດືອນພຶດສະພາ 2020 ຢູ່ເຂດປອດການທະຫານ (DMZ) ຢູ່ຊາຍແດນລະຫວ່າງ ສ.ເກົາຫຼີ ແລະ ສປປ.ເກົາຫຼີ. UNC ໄດ້ຍົກອອກຂໍ້ສະຫຼຸບພາຍຫຼັງທີ່ດໍາເນີນການສືບສວນແກ່ຍາວເປັນເວລາ 2 – 3  ອາທິດ ກ່ຽວກັບເຫດການທີ່ເກີດຂຶ້ນໃນວັນທີ 3 ພຶດສະພາ ລະຫວ່າງ ສປປ.ເກົາຫຼີ ກັບ ສ.ເກົາຫຼີ.

        UNC ໄດ້ສະຫຼຸບວ່າ ສປປ.ເກົາຫຼີ ໄດ້ລະເມີດຂໍ້ຕົກລົງ ເມື່ອໄດ້ຍິງປືນໃສ່ປ້ອມຍາມຂອງ ສ.ເກົາຫຼີ ແລະ ສ.ເກົາຫຼີ ກໍລະເມີດຂໍ້ຕົກລົງຢຸດຍິງຄືກັນ ເມື່ອຍິງໂຕ້ຕອບ ສປປ.ເກົາຫຼີ. ເຖິງຢ່າງໃດກໍຕາມ, UNC ໃຫ້ຮູ້ວ່າ ບໍ່ສາມາດຢັ້ງຢືນໄດ້ຢ່າງຊັດເຈນວ່າ ການກະທໍາຍິງປືນຈາກຝ່າຍ ສປປ.ເກົາຫຼີ ແມ່ນການກະທໍາ ໂດຍບໍ່ຕັ້ງໃຈ ຫຼື ມີຈຸດປະສົງ.


ຕອບກັບ

ຂ່າວ/ບົດ​ອື່ນ