ທຸງ​ຊາດ​ຫວຽດ​ນາມ ປິວສະ​ບັດຢູ່ ASEAN Para Games 2022

(VOVWORLD) -ຕອນບ່າຍວັນທີ 27 ກໍລະກົດ, ຄະນະນັກກິລາຄົນພິການ ຫວຽດນາມ ພ້ອມກັບ 10 ຄະນະນັກກິລາປະເທດອື່ນ ໄດ້ມີໜ້າຢູ່ເຂດກິລາ ປະສົມ Manahan ຂອງ ອິນໂດເນເຊຍ ເພື່ອເຂົ້າຮ່ວມພິທີຊັກທຸງ ງານມະຫາກຳກິລາຄົນພິການ ອາຊີຕາເວັນອອກສ່ຽງໃຕ້ (ASEAN Para Games) ຄັ້ງທີ 11.
ທຸງ​ຊາດ​ຫວຽດ​ນາມ ປິວສະ​ບັດຢູ່ ASEAN Para Games 2022 - ảnh 1ຄະນະນັກກິລາຄົນພິການ ຫວຽດນາມ ເຂົ້າຮ່ວມພິທີຊັກທຸງຂຶ້ນເສົາ ASEAN Para Games ຄັ້ງທີ 11
(ພາບ: tuoitre.vn)

ນະທີ່ນີ້, ທຸງຊາດຫວຽດນາມ ພ້ອມກັບທຸງຊາດຂອງ10 ປະເທດອາຊຽນ (ບຣູໄນ, ກຳປູເຈຍ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ຟີລິບປິນ, ສິງກະໂປ, ຕີມໍ ແລັດສະເຕ ແລະ ໄທ) ໄດ້ຊັກຂຶ້ນເສົາຕາມລຳດັບຢູ່ນະຄອນ Surakarta. ໂດຍຈັດຕັ້ງແຕ່ວັນທີ 30 ກໍລະກົດ ຫາວັນທີ 6 ສິງຫາ ຢູ່ນະຄອນ Surakarta, ເຫດການນີ້ລວມມີ ກິລາ 14 ປະເພດ ດ້ວຍ 907 ເນື້ອໃນແຂ່ງຂັນ, ມີການເຂົ້າຮ່ວມຂອງນັກກິລາ 1.648 ຄົນ. ຄະນະນັກກິລາຄົນພິການ ຫວຽດນາມ ມີສະມາຊິກ 153 ຄົນ, ໃນນັ້ນມີນັກກິລາ 120 ຄົນ ແລະ ຈະເຂົ້າຮ່ວມການແຂ່ງຂັນກິລາຢູ່ 8/14 ປະເພດ (ລວມມີ: ແລ່ນ ແລະ ລານ, ລອຍນ້ຳ, ຍົກນ້ຳໜັກ, ຕີດອກປີກໄກ່, ປິງປ້ອງ, ໝາກເສິກ, ຢູໂດ, ຍິງທະນູ ) ແລະ ສູ້ຊົນໃຫ້ໄດ້ມີໜ້າໃນກຸ່ມນຳໜ້າງານມະຫາກຳກິລາ ດ້ວຍຄາດໝາຍຜົນງານທີ່ວາງອອກແມ່ນ ໄດ້ຫຼຽນຄຳແຕ່ 35 – 40 ຫຼຽນ.

ຕອບກັບ

ຂ່າວ/ບົດ​ອື່ນ