ທັງລະບົບການເມືອງໃຫ້ບຸລິມະສິດສູງສຸດເພື່ອແກ້ໄຂຜົນຮ້າຍຢ່ອນຫຼັງຈາກພາຍຸ Yagi

(VOVWORLD) -ຕໍ່ໜ້າການຜັນແປທີ່ສັບສົນຂອງພາຍຸໄຕ້ຝຸ່ນ Yagi ແລະ ຜົນຮ້າຍຢ່ອນຫຼັງຈາກພາຍຸລູກນີ້, ຕອນບ່າຍວັນທີ 9 ກັນຍາ, ຢູ່ຮ່າໂນ້ຍ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມໄດ້ເປັນປະທານກອງປະຊຸມກົມການເມືອງເພື່ອ ຮັບຟັງການລາຍງານ ແລະ ໃຫ້ຄຳເຫັນຊີ້ນຳວຽກງານ ຕ້ອງໄດ້ປະຕິບັດໂດຍທັນທີ່ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນກັບຄືນສູ່ປົກກະຕິ ໂດຍໄວ
ທັງລະບົບການເມືອງໃຫ້ບຸລິມະສິດສູງສຸດເພື່ອແກ້ໄຂຜົນຮ້າຍຢ່ອນຫຼັງຈາກພາຍຸ Yagi - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມເປັນປະທານກອງປະຊຸມກົມການເມືອງສູນກາງພັກ

     ທີ່ກອງປະຊຸມ, ກົມການເມືອງໄດ້ຮັບຟັງການລາຍງານກ່ຽວກັບຄວາມເສຍຫາຍຍ້ອນພາຍຸ Yagi ກໍ່ຂຶ້ນ. ນີ້ແມ່ນພະຍຸທີ່ມີຄວາມແຮງທີ່ສຸດແລະກໍ່ຜົນຮ້າຍຢ່ອນຫຼັງອັນໃຫຍ່ຫຼວງ, ຄວາມເສຍຫາຍດ້ານຊັບສິນຫຼາຍກວ່າພະຍຸອື່ນໆ...

     ຕາງໜ້າໃຫ້ກົມການເມືອງ, ສະຫຼຸບກອງປະຊຸມ, ທ່ານເລຂາທິການໃຫຍ່ ແລະ ປະທານປະເທດ ໂຕເລີມ ເນັ້ນໜັກເຖິງ ການແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ Yagi ແມ່ນວຽກງານ ຕ້ອງປະຕິບັດຢ່າງຮີບດ່ວນ ໃນອາທິດນີ້ ແລະ ທັງລະບົບການເມືອງ ຄວນໄດ້ໃຫ້ບຸລິມະສິດສູງສຸດ. ກົມການເມືອງ ແລະ ຄະນະເລຂາທິການສູນກາງໄດ້ແບ່ງປັນກັບບັນດາອົງການສຳນັກງານ ຫົວໜ່ວຍ, ທ້ອງຖິ່ນ, ຄອບຄົວ ແລະ ປະຊາຊົນທີ່ຖືກເສຍຫາຍຈາກພາຍຸ, ພ້ອມທັງຍ້ອງຍໍຊົມເຊີຍລັດຖະບານ, ນາຍົກລັດຖະມົນຕີ, ບັນດາກຳລັງທະຫານ, ຕຳຫຼວດ, ບັນດາກະຊວງທີ່ປະຕິບັດໜ້າທີ່, ພິເສດແມ່ນບັນດາອົງການສື່ມວນຊົນ, ໃນນັ້ນມີ ວິທະຍຸກະຈາຍສຽງຫວຽດນາມ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ເນັ້ນໜັກວ່າ: ບັນດາກຳລັງ, ພິເສດແມ່ນທະຫານ, ຕຳຫຼວດ, ອົງການພະຍາກອນອາກາດ, ຂະແໜງກະສິກຳຊົນນະບົດ, ຄົມມະນາຄົມຂົນສົ່ງ, ໄຟຟ້າ, ບັນດາອົງການສື່ມວນຊົນ, ວິທະຍຸກະຈາຍສຽງ ຫວຽດນາມ, ໂທລະພາບຫວຽດນາມ ໄດ້ຊີ້ນຳ ແລະ ລະດົມກຳລັງສູງສຸດ, ເປັນເຈົ້າການຮັບມື ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງທີ່ເກີດຂຶ້ນຢ່າງທັນການ.  ວິທະຍຸກະຈາຍສຽງຫວຽດນາມ ໄດ້ອັບເດດຂ່າວໃນທຸກຊົ່ວໂມງ  ທຸກໆວັນ ແລະ ແນະນຳຂໍ້ມູນຂ່າວສານໃນວົງກວ້າງ

     ກ່ຽວກັບບັນດາມາດຕະການແກ້ໄຂທີ່ຕ້ອງໄດ້ຮັບການປະຕິບັດໂດຍທັນທີ່, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການສືບຕໍ່ເອົາໃຈໃສ່ຢ່າງສູງໃນການຜັນຂະຫຍາຍປະຕິບັດແຜນການ ແລະ ວິທີການແກ້ໄຂຜົນຮ້າຍຢ້ອນຫຼັງຈາກພາຍຸ. ນອກຈາກນັ້ນ, ສືບຕໍ່ ລະດົມການຮ່ວມແຮງຮ່ວມໃຈຂອງທົ່ວສັງຄົມ ແລະ ການສະໜັບສະໜູນຂອງປະຊາຊົນ ໃນ ຂອບເຂດ ທົ່ວປະເທດ

ຕອບກັບ

ຂ່າວ/ບົດ​ອື່ນ