ທັງອິດສະຣາແອນແລະປາແລດສະຕີນລ້ວນແຕ່ອາດສາມາດລະເມີດໂທດກຳສົງຄາມ

ທັງອິດສະຣາແອນແລະປາແລດສະຕີນລ້ວນແຕ່ອາດສາມາດລະເມີດໂທດກຳສົງຄາມ - ảnh 1
ເຮືອ​ບິນ​ຂອງ ອິດ​ສະ​ຣາ​ແອນ ບຸກ​ໂຈມ​ຕີ​ເຂດ​ກາ​ຊາ
(ພາບ: AFP/TTXVN)

(vovworld) - ທັງ ອິດ​ສະ​ຣາ​ແອນ ແລະ ປາ​ແລດ​ສະ​ຕີນ ລ້ວນ​ແຕ່​ອາດ​ສາ​ມາດ​ລະ​ເມີດ​ໂທດ​ກຳ​ສົງ​ຄາມ​ໃນ​ບັ້​ນ​ຮົບ​ຢູ່​ເຂດ ກາ​ຊາ ເມື່ອ​ປີ 2014. ນີ້​ແມ່ນ​ການ​ສະ​ຫລຸບ​ໄດ້​ຍົກ​ອອກ​ມາ​ໃນ​ບົດ​ລາຍ​ງານ​ປະ​ກາດ​ເມື່ອ​ວັນ​ທີ 22/6 ຂອງ ສ​ປ​ຊ ກ່ຽວ​ກັບ​ບັ້​ນ​ຮົບ​ຢູ່​ເຂດ​ກາ​ຊາ. ຕາມ​ບົດ​ລາຍ​ງານ​ແລ້ວ, ຄະ​ນະ​ກຳ​ມະ​ການ​ສືບ​ສວນ​ຂອງ ສ​ປ​ຊ ໄດ້​ເກັບ​ກຳ “ບັນ​ດາ​ຂໍ້​ມູນ​ຂ່າວ​ສານ ແລະ ການ​ກ່າ​ວ​ຫາ​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ”, ຕາມນັ້ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ອິດ​ສະ​ຣາ​ແອນ ແລະ ປາ​ແລດ​ສະ​ຕີນ “ໄດ້​ມີ​ບັນ​ດາ​ການ​ລ​ະ​ເມີດ​ມະ​ນຸດ​ສຳ​ທຳ ແລະ ສິດ​ທິ​ມະ​ນຸດ​ສາ​ກົນ​ຢ່າງໜັກ​ໜ່ວງ” ໃນ​ການ​ປະ​ທະ​ກັນ​​ເມື່ອ​ທ້າຍ​ປີ​ກ່ອນ, ທີ່​ເຮັດ​ໃຫ້​ຊາວ​ປາ​ແລດ​ສະ​ຕີນ​ເກືອບ 2.200 ຄົນ​ເສ​ຍ​ຊີ​ວິດ. ພິ​ເສດ​ບັນ​ດາ​ເຫດ​ການ​ບຸກ​ໂຈມ​ຕີ​ເພື່ອ​ແນ​ໃສ່​​ເຂດ​ຊຸມ​ຊົນ​ໄດ້​ກໍ່​ຜົນ​ຮ້າຍ​ຢ້ອນຫຼັງ​ຢ່າງ​ໜັກ​ໜ່ວງ​ເຮັດ​ໃຫ້​ເດັກ​ນ້ອຍ 550 ຄົນ​ເສຍ​ຊີ​ວິດ. ບົດ​ລາຍ​ງານ​ຮຽກ​ຮ້ອງ​ໃຫ້ ອິດ​ສະ​ຣາ​ແອນ ສະ​ໜອງ​ຂໍ້​ມູນ​ຂ່າວ​ລະ​ອຽດ​ກ່ຽວ​ກັບ “ບັນ​ດາ​ຂໍ້​ຕົກ​ລົງ” ເພື່ອ​ແນ​ໃສ່​ອະ​ນຸ​ຍາດ​ໃຫ້​ຕີ​ລາ​ຄາ​ຢ່າງ​​ເປັນເອ​ກະ​ລາດ​ກ່ຽວ​ກັບ​ການ​ບຸກ​ໂຈມ​ຕີ​ຂອງ​ປະ​ເທດນີ້​ຢູ່​ເຂດ ກາ​ຊາ. ຄາດ​ວ່າ​ບົດ​ລາຍ​ງານ​ດັ່ງ​ກ່າວ​ຈະ​​ຍົກ​ອອກ​ມາ​ໃນ​ສະ​ພາ​ສິດ​ທິມ​ະ​ນຸດ ສ​ປ​ຊ ໃນ​ວັນ​ທີ 29/6 ຈະ​ມາ​ເຖິງ.

 


ຂ່າວ/ບົດ​ອື່ນ