ທົ່ງ​ໄຫ​ຫີນ - ມໍ​ລະ​ດົກ​ໂລກ ໄດ້​ຮັບ​ກາ​ນ​ຊ່ວຍ​ເຫຼືອ​ອະ​ນຸ​ລັກ​ຮັກ​ສາ​ຈາກ ອາ​ເມ​ລິ​ກາ ດ້ວຍ​ຈຳ​ນວນ​ເງິນ​ເກືອບ 130.000 USD

(VOVWORLD) -     ກອງທຶນອະນຸລັກຮັກສາວັດທະນະທຳຂອງ ສະຖານທູດ ອາເມລິກາ (AFCP) ຫາກໍອະນຸມັດຜ່ານບ້ວງເງິນອຸປະຖຳມີມູນຄ່າ 129.000 USD ເພື່ອຊ່ວຍເຫຼືອ ລາວ ໃນການອະນຸລັກຮັກສາ ທົ່ງໄຫຫີນ - ມໍລະດົກໂລກ. 
ທົ່ງ​ໄຫ​ຫີນ - ມໍ​ລະ​ດົກ​ໂລກ ໄດ້​ຮັບ​ກາ​ນ​ຊ່ວຍ​ເຫຼືອ​ອະ​ນຸ​ລັກ​ຮັກ​ສາ​ຈາກ ອາ​ເມ​ລິ​ກາ ດ້ວຍ​ຈຳ​ນວນ​ເງິນ​ເກືອບ 130.000 USD - ảnh 1ທົ່ງໄຫຫີນ - ມໍລະດົກໂລກ 

 ບ້ວງເງິນອຸປະຖຳດັ່ງກ່າວໄດ້ນຳໃຊ້ເຂົ້າໃນການສ້າງພື້ນຖານຂໍ້ມູນ; ສ້າງລະບົບຄຸ້ມຄອງກ່ຽວກັບບັນຊີລາຍຊື່ໄຫຫີນ; ປັບປຸງ, ຍົກສູງກຳລັງຄວາມສາມາດຄຸ້ມຄອງໃນວຽກງານອະນຸລັກຮັກສາໃຫ້ແກ່ພະນັກງານ, ພາລະກອນຂອງລາວ.

        ທົ່ງໄຫຫີນ ແມ່ນມໍລະດົກແຫ່ງທີ 3 ຂອງ ລາວ ທີ່ໄດ້ຮັບການຮັບຮອງເປັນມໍລະດົກໂລກຈາກອົງການ UNESCO ເມື່ອປີ 2019 ຖັດຈາກ ເມືອງຫຼວງພະບາງ ແລະ ວັດພູ ຈຳປາສັກ. ລະບົບໄຫຫີນຢູ່ທົ່ງໄຫຫີນມີອາຍຸກວ່າ 2.000 ປິ. ນັບແຕ່ປີ 2001, ອາເມລິກາ ໄດ້ຊ່ວຍເຫຼືອເງິນຈຳນວນກວ່າ 1 ລ້ານ USD ເພື່ອຊ່ວຍ ລາວ ອະນຸລັກຮັກສາມໍລະດົກວັດທະນະທຳ, ບູລະນະປະຕິສັງຂອນວັດວາອາຮາມທີ່ສັກສິດ ຕະຫຼອດຮອດການອະນຸລັກຮັກສາ, ຮ່ອງຮອຍວັດຖຸບູຮານ, ວັດຖຸບູຮານຄະດີ, ເອກະສານວັດທະນະທຳ ແລະ ຫໍພິພິທະພັນ.

ເຈິ່ນຕວ໊ນ, ດັ້ງຖຸ່ຍ - ນັກຂ່າວ VOV ປະຈຳ ລາວ

 

ຕອບກັບ

ຂ່າວ/ບົດ​ອື່ນ