ທັງໝົດ 102 ຄົນທີ່ໄດ້ພົບປະກັບຜູ້ຖືກສົງໄສຕິດໂລກລະບາດໂຄວິດ-19 ຢູ່ດ່ານັ້ງ ລ້ວນແຕ່ມີຜົນກວດເປັນລົບກັບໄວຣັດ SARS-Cov-2

(VOVWORLD) -ໝາກຜົນການວິໄຈຂອງບັນດາຜູ້ທີ່ໄດ້ພົບປະໃກ້ກັບຜູ້ຖືກສົງໄສຕິດໂລກລະບາດໂຄວິດ- 19 ຢູ່ດ່ານັ້ງ ລ້ວນແຕ່ມີຜົນກວດເປັນລົບ.

ທັງໝົດ 102 ຄົນທີ່ໄດ້ພົບປະກັບຜູ້ຖືກສົງໄສຕິດໂລກລະບາດໂຄວິດ-19 ຢູ່ດ່ານັ້ງ ລ້ວນແຕ່ມີຜົນກວດເປັນລົບກັບໄວຣັດ SARS-Cov-2 - ảnh 1ເຂດແຍກຕົວ, ປິ່ນປົວຜູ້ຕິດໂລກລະບາດໂຄວິດ- 19 ຢູ່ດ່ານັ້ງ

(ພາບ: nhandan.com.vn)

ວັນທີ 24 ກໍລະກົດ, ກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ: ໝາກຜົນການວິໄຈຂອງບັນດາຜູ້ທີ່ໄດ້ພົບປະໃກ້ກັບຜູ້ຖືກສົງໄສຕິດໂລກລະບາດໂຄວິດ- 19 ຢູ່ດ່ານັ້ງ ລ້ວນແຕ່ມີຜົນກວດເປັນລົບ. ຕາມນັ້ນແລ້ວ, ກະຊວງສາທາລະນະສຸກ ໄດ້ຮັບບົດລາຍງານຈາກພະແນກສາທາລະນະສຸກ ດ່ານັ້ງ ກ່ຽວກັບກໍລະນີຖືກສົງໄສຕິດໂລກລະບາດໂຄວິດ-19 ຢູ່ທ້ອງຖິ່ນ. ນັ້ນແມ່ນເພດຊາຍອາຍຸ 57 ປີ, ດຳລົງຊີວິດຢູ່ເມືອງ ລຽນຈຽວ, ນະຄອນດ່ານັ້ງ, ວັນທີ 20 ກໍລະກົດ 2020, ຄົນຜູ້ນີ້ມີອາການເປັນໄຂ, ເປັນໄອ, ມີຂີ້ກະເທີ່ຫຼາຍ ສະນັ້ນຈຶ່ງໄດ້ໄປກວດຢູ່ໂຮງໝໍ C ດ່ານັ້ງ ແລະ ສົງໄສວ່າ ຕິດໂລກລະບາດໂຄວິດ- 19. ໃນການວິໄຈຄັ້ງທຳອິດໃນວັນທີ 23 ກໍລະກົດ, ຄົນເຈັບຜູ້ນີ້ມີຜົນກວດເປັນບວກກັບໄວຣັດ SARS-CoV-2. ພະແນກສາທາລະນະສຸກດ່ານັ້ງ ກໍ່ໄດ້ຊີ້ນຳໃຫ້ບັນດາຫົວໜ່ວຍດຳເນີນການສືບຫາ, ຢັ້ງຢືນບັນດາເປົ້າໝາຍທີ່ໄດ້ພົບປະຢູ່ໃກ້ກັບຜູ້ກ່ຽວ, ດຳເນີນການແຍກຕົວ, ກັກບໍລິເວນ ແລະ ເອົາຕົວຢ່າງໄປວິໄຈຫາເຊື້ອໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ