ທູດ ລາວ ປະຈຳ ຫວຽດນາມ ຮ່ວມພິທີປະດັບຫຼຽນໄຊແຮງງານ ໃຫ້ວິທະຍາຄານການແພດກອງທັບປະຊາຊົນຫວຽດນາມ

(VOVWORLD) -ພິທີປະດັບຫຼຽນໄຊແຮງງານຊັ້ນ 2 ແລະ ຊັ້ນ 3 ຈາກລັດຖະບານ ລາວ ໃຫ້ແກ່ບັນດາກົມກອງລວມໝູ່ ແລະ ບຸກຄົນທີ່ຂຶ້ນກັບວິທະຍາຄານການແພດກອງທັບປະຊາຊົນ ຫວຽດນາມ.
ທູດ ລາວ ປະຈຳ ຫວຽດນາມ ຮ່ວມພິທີປະດັບຫຼຽນໄຊແຮງງານ ໃຫ້ວິທະຍາຄານການແພດກອງທັບປະຊາຊົນຫວຽດນາມ - ảnh 1(ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ)

ໂດຍໄດ້ຮັບການມອບສິດຈາກລັດ ຖະບານ, ກໍຄືກະຊວງປ້ອງກັນປະເທດ ສປປ ລາວ, ສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ສົມທົບກັບວິທະຍາຄານການແພດ ກອງທັບປະຊາຊົນ ຫວຽດນາມ ຈັດພິທີປະດັບຫຼຽນໄຊແຮງງານຊັ້ນ 2 ແລະ ຊັ້ນ 3 ຈາກລັດຖະບານ ລາວ ໃຫ້ແກ່ບັນດາກົມກອງລວມໝູ່ ແລະ ບຸກຄົນທີ່ຂຶ້ນກັບວິທະຍາຄານການແພດກອງທັບປະຊາຊົນ ຫວຽດນາມ.

ໃນພິທີດັ່ງກ່າວ, ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສປປ ລາວ ປະຈຳ ສສຫວຽດນາມ ໄດ້ຕາງໜ້າໃຫ້ລັດຖະບານ ກໍຄືກະຊວງປ້ອງກັນປະເທດແຫ່ງ ສປປ ລາວ, ສະແດງຄວາມຂອບໃຈຢ່າງສູງ ແລະ ສະແດງຄວາມຮູ້ບຸນຄຸນອັນເລິກເຊິ່ງຕໍ່ພັກ, ລັດ, ກອງທັບ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງເວົ້າລວມ, ເວົ້າສະເພາະ ຕໍ່ວິທະຍາຄານການແພດກອງທັບປະຊາຊົນ ຫວຽດນາມ ໃນຕະຫຼອດໄລຍະ 67 ປີ, ນັບແຕ່ປີ 1954 ເປັນຕົ້ນມາ, ວິທະຍາຄານການແພດກອງທັບ ໄດ້ຊ່ວຍເຫຼືອໃນການບຳລຸງ ແລະ ກໍ່ສ້າງພະນັກງານການແພດກອງທັບ ປະຊາຊົນລາວ ໃນຫຼາຍລະດັບແຕກຕ່າງກັນເປັນຈຳນວນຫຼວງຫຼາຍ ຊຶ່ງເປັນການປະກອບສ່ວນໃນການ ສະໜັບສະໜູນອຸ້ມຊູແລະຊ່ວຍເຫຼືອ ອັນລໍ້າຄ່າໝົດຈິດໝົດໃຈ ແລະ ມີປະສິດທິຜົນໃຫ້ແກ່ພາລະກິດຕໍ່ສູ້ ປົດປ່ອຍຊາດ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາ, ພັດທະນາປະເທດຊາດຂອງສປປ ລາວ ຕະຫຼອດມາ ໂດຍສະເພາະ ວຽກງານກໍ່ສ້າງຊັບພະຍາກອນມະນຸດ ເຊິ່ງເປັນການສະແດງໃຫ້ເຫັນເຖິງ ຄວາມຈິງໃຈ, ຄວາມເປັນຫ່ວງເປັນໄຍຂອງສະຫາຍ ຫວຽດນາມ ອ້າຍນ້ອງທີ່ມີຕໍ່ ສປປ ລາວ ຢ່າງສະເໝີຕົ້ນສະເໝີປາຍ, ຫວັງວ່າຈະສືບຕໍ່ໃຫ້ການສະໜັບສະໜູນ, ຊ່ວຍເຫຼືອແກ່ວິທະຍາຄານການແພດ ກອງທັບປະຊາຊົນ ລາວ ຕື່ມອີກ ແລະ ຂໍສະແດງຄວາມຊົມເຊີຍຢ່າງຈິງໃຈ ຕໍ່ຜົນງານຂອງຄະນະພັກ, ຄະນະອຳນວຍການ, ພະນັກງານ, ຄູອາຈານ ແລະ ນັກວິທະຍາສາດວິທະຍາຄານການແພດກອງທັບຫວຽດນາມ ທີ່ມີຜົນງານອັນດີເດັ່ນ ໃນການປະກອບສ່ວນຊ່ວຍເຫຼືອອັນລໍ້າຄ່າໃຫ້ແກ່ ວິທະຍາຄານການແພດກອງທັບປະຊາຊົນລາວ ໃນຕະຫຼອດໄລຍະຜ່ານມາ.

ທູດ ລາວ ປະຈຳ ຫວຽດນາມ ຮ່ວມພິທີປະດັບຫຼຽນໄຊແຮງງານ ໃຫ້ວິທະຍາຄານການແພດກອງທັບປະຊາຊົນຫວຽດນາມ - ảnh 2(ພິທີປະດັບຫຼຽນໄຊ)

ການປະດັບຫຼຽນໃນຄັ້ງນີ້ລວມມີ: ຫຼຽນໄຊແຮງງານຊັ້ນ II ໃຫ້ແກ່ບຸກຄົນມີຈຳນວນ 2 ທ່ານ; ຫຼຽນໄຊແຮງງານຊັ້ນ II ໃຫ້ແກ່ 03 ກົມກອງລວມໝູ່ ແລະ ມອບຫຼຽນໄຊແຮງງງານຊັ້ນ III ໃຫ້ 06 ກົມກອງລວມໝູ່ ແລະ ໃຫ້ບຸກຄົນ ຈຳນວນ 10 ທ່ານທີ່ມີຜົນງານດີເດັ່ນ ແລະ ຄຸນງາມຄວາມດີ ປະກອບສ່ວນໃນການພົວພັນຮ່ວມມື ແລະ ແລກປ່ຽນດ້ານວິທະຍາສາດການແພດລະຫວ່າງ ວິທະຍາຄານການແພດກອງທັບປະຊາຊົນລາວ ແລະ ວິທະຍາຄານການແພດກອງທັບປະຊາຊົນຫວຽດນາມ ໃນຕະຫຼອດໄລຍະ 5 ປີ ຜ່ານມາ ກໍຄື ວຽກງານບຳລຸງ ແລະ ກໍ່ສ້າງ ພະນັກງານໃນຕະຫຼອດໄລຍະ 67 ປີ ຜ່ານມາ.

ໂອກາດນີ້, ທ່ານພົນໂທ ຫວູຫາຍສານ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ກໍໄດ້ສະແດງຄວາມຂອບໃຈມາຍັງພັກ, ລັດ, ກອງທັບ ແລະ ປະຊາຊົນລາວ ທີ່ຍາມໃດກໍໄດ້ໃຫ້ການສະໜັບສະໜູນ ແລະ ຄຽງບ່າຄຽງໄຫຼ່ກັບ ພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມຕະຫຼອດມາ, ນີ້ກໍເປັນການຢັ້ງຢືນອີກເທື່ອໜຶ່ງທີ່ພັກ, ລັດ, ກອງທັບ ແລະ ປະຊາຊົນລາວໄດ້ມີຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຕໍ່ວິທະຍາຄານການແພດກອງທັບໃນການກໍ່ສ້າງຊັບພະຍາກອນມະນຸດ, ທັງເປັນການປຸກລະດົມ ແລະ ໃຫ້ກຳລັງໃຈຕໍ່ວິທະຍາຄານສືບຕໍ່ປະຕິບັດໜ້າທີ່ອັນສູງສົ່ງດັ່ງກ່າວໃຫ້ມີປະສິດທິພາບ ແລະ ປະສິດທິຜົນຂຶ້ນເລື້ອຍໆ.

ຕອບກັບ

ຂ່າວ/ບົດ​ອື່ນ