ທູດພິເສດ Kofi Annan ສະແຫວງຫາການຊ່ວຍ ເຫຼືອຂອງ ອີຣານ ໃນບັນຫາ ຊີຣີ

ທູດພິເສດ Kofi Annan ສະແຫວງຫາການຊ່ວຍ ເຫຼືອຂອງ ອີຣານ ໃນບັນຫາ ຊີຣີ - ảnh 1
ທ່ານທູດພິເສດ Kofi Annan
(ພາບ: Telegraph)

(vovworld) – ພາຍຫຼັງ​ສິ້ນ​ສຸດ​ການ​ຢ້ຽມຢາມ ຊີ​ຣີ ​ເມື່ອ​ຕອນ​ຄຳ່ວັນ​ທີ 9/7, ທູ​ດພິ​ເສດ​ລວມຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ​ອາ​ຮັບ ທ່ານ Kofi Annan ​ໄດ້​ໄປ​ຍັງ​ນະຄອນຫຼວງ ​ເຕ​ເຮຣານ ຂອງ ອີຣານ ​ເພື່ອ​ສະ​ແຫວງ​ຫາ​ການ​ຊ່ວຍ​ເຫຼືອ​ຂອງ​ປະ​ເທດ​ອິດສະ​ລາມ​ນີ້ ​ໃນ​ການ​ຢຸດຕິ​ສະພາບ​ຈະລາຈົນທີ່​ແກ່​ຍາວ​ເປັນ​ເວລາ 16 ​ເດືອນ​ຜ່ານ​ມາ ຢູ່​ຊີຣີ. ​ຊ່ອງ​ໂທລະພາບ​ພາກ​ພາສາ ອາ​ຣັບ Al Alam ​ໄດ້​ຄັດ​ສະ​ເໜີ​ຄຳ​ເວົ້າ​​ຂອງ ທ່ານ Ahmad Fawzi ໂຄ​ສົກ​ຂອງ​ທູດ​ພິ​ເສດ Annan, ​ໃຫ້ຮູ້ວ່າ: ຈຸດປະສົງ​ຂອງ​ການ​ຢ້ຽມຢາມ​ແມ່ນ​ເພື່ອ​ແນ​ໃສ່​ປຶກສາ​ຫາລື​ບັນດາ​ມາດ​ຕະການ​ຮ່ວມ​ມື​ກັບ ອີຣານ ​ໃນ​ການ​ຢຸດຕິ​ການ​ຈະລາຈົນ​ຢູ່ ຊີຣີ, ​ເຊິ່ງ​ແມ່ນ​ພັນທະ​ມິດ​ທີ່​ສະໜິດ​ສະ​ໜົມຂອງ ອີຣານ ຢູ່​ພາກ​ພື້ນ​ນີ້. ຕາມ​ແຜນ​ການ​ແລ​້ວ, ທ່ານ Annan ຈະ​ດຳ​ເນີນ​ບັນດາ​ການ​ເຈ​ລະ​ຈາ​ກັບ​ທ່ານ Saeed Jalili, ​ເລຂາ​ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ສູງສຸດ ອີຣານ ​ແລະ ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ Ali Akbar Salehi ກ່ອນ​ທີ່​ຈະ​ຈັດ​ການ​ປະ​ຊຸມ​ຂ່າວ​ຮ່ວມ​ກັບ​ທ່ານ Salehi ​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ.

ຂ່າວ/ບົດ​ອື່ນ