ທູດພິເສດ ອາຊຽນ ຢ້ຽມຢາມ ມຽນມາ - ຄວາມມານະພະຍາຍາມໃໝ່ເພື່ອຊຸກຍູ້ສັນຕິພາບ

(VOVWORLD) -  ການຢ້ຽມຢາມມີ 2 ເປົ້າໝາຍສຳຄັນ, ນັ້ນແມ່ນ: ຕີລາຄາການປະຕິບັດບັນດາຄຳໝັ້ນສັນຍາທີ່ໄດ້ຍົກອອກມາຂອງກຳລັງພິເສດ ມຽນມາ ທີ່ການປະຊຸມທາບທາມຄວາມເຫັນກ່ຽວກັບການຊ່ວຍມະນຸດສະທຳຂອງ ອາຊຽນ ທີ່ສະຫງວນໃຫ້ມຽນມາສ້າງສະພາບແວດລ້ອມແຫ່ງຄວາມສະດວກກ່ວາໃຫ້ແກ່ການເຈລະຈາດ້ານການເມືອງຮອບດ້ານ.
ທູດພິເສດ ອາຊຽນ ຢ້ຽມຢາມ ມຽນມາ - ຄວາມມານະພະຍາຍາມໃໝ່ເພື່ອຊຸກຍູ້ສັນຕິພາບ - ảnh 1ທ່ານ Prak Sokhonn, ທູດພິເສດ ອາຊຽນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ

ທ່ານ Prak Sokhonn, ທູດພິເສດ ອາຊຽນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ໄດ້ກະກຽມແຜນການໄປຢ້ຽມຢາມປະເທດ ມຽນມາ, ເຊິ່ງຄາດວ່າ, ຈະດຳເນີນໄປໃນທ້າຍເດືອນ ມິຖຸນາ ຫຼື ຕົ້ນເດືອນກໍລະກົດຈະມາເຖິງ.

        ການຢ້ຽມຢາມມີ 2 ເປົ້າໝາຍສຳຄັນ, ນັ້ນແມ່ນ: ຕີລາຄາການປະຕິບັດບັນດາຄຳໝັ້ນສັນຍາທີ່ໄດ້ຍົກອອກມາຂອງກຳລັງພິເສດ ມຽນມາ ທີ່ການປະຊຸມທາບທາມຄວາມເຫັນກ່ຽວກັບການຊ່ວຍມະນຸດສະທຳຂອງ ອາຊຽນ ທີ່ສະຫງວນໃຫ້ມຽນມາສ້າງສະພາບແວດລ້ອມແຫ່ງຄວາມສະດວກກ່ວາໃຫ້ແກ່ການເຈລະຈາດ້ານການເມືອງຮອບດ້ານ. ຕາມນັ້ນແລ້ວ, ທ່ານທູດພິເສດ Prak Sokhonn ຈະຊອກຫາວິທີຊຸກຍູ້ການເຈລະຈາລະຫວ່າງສະພາອຳນາດການປົກຄອງແຫ່ງລັດ ມຽນມາ (SAC), ບັນດາອົງການປະກອບອາວຸດເຊື້ອຊາດຜິວພັນ (EAO) ແລະ ທຸກໆຝ່າຍທີ່ກ່ຽວຂ້ອງ.

        ນີ້ແມ່ນການຢ້ຽມຢາມມຽນມາ ຄັ້ງທີສອງຂອງທ່ານທູດພິເສດ Prak Sokhonn, ເພື່ອແນໃສ່ຊຸກຍູ້ມາດຕະການສັນຕິພາບໃຫ້ແກ່ປະເທດ ອາຊີຕາເວັນອອກສ່ຽງໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ