ທູດ​ພິ​ເສດ ອາ​ເມ​ລິ​ກາ ເຊື່ອ​ໝັ້ນ​ວ່າ ອິ​ດ​ສະ​ລາ​ແອັນ ແລະ ​ແຮັກ​ໂບ​ລາ ອາດ​ຈະຫຼີກ​ລ້ຽງ​ການ​ປະ​ທະ​ກັນ​ຢ່າງ​ຮອບ​ດ້ານ

(VOVWORLD) -  ອາເມລິກາ ຍັງເຊື່ອໝັ້ນວ່າ ມາດຕະການທາງການທູດອາດຈະບັນລຸໄດ້ ຍ້ອນວ່າບໍ່ມີຜູ້ໃດຢາກສົງຄາມຮອບດ້ານເກີດຂຶ້ນ.
ທູດ​ພິ​ເສດ ອາ​ເມ​ລິ​ກາ ເຊື່ອ​ໝັ້ນ​ວ່າ ອິ​ດ​ສະ​ລາ​ແອັນ ແລະ ​ແຮັກ​ໂບ​ລາ ອາດ​ຈະຫຼີກ​ລ້ຽງ​ການ​ປະ​ທະ​ກັນ​ຢ່າງ​ຮອບ​ດ້ານ - ảnh 1ທ່ານ Amos Hochstein ທູດພິເສດ ອາເມລິກາ ແລະ ທ່ານ Nabih Berri, ປະທານສະພາແຫ່ງຊາດ ລີບັງ (ພາບ: Getty Images/TTXVN)

ວັນທີ 14 ສິງຫາ, ທ່ານ Amos Hochstein ທູດພິເສດ ອາເມລິກາ ພວມມີການຢ້ຽມຢາມ ລີບັງ ຖືວ່າ ອິດສະລາແອັນ ແລະ ຂະບວນການແຮັກໂບລາ ຢູ່ ລີບັງອາດຈະຫຼີກລ້ຽງສົງຄາມຢ່າງຮອບດ້ານ, ແຕ່ອິດສະລາແອັນ ແລະ ຂະບວນການອິດສະລາມ ຮາມາດສ ຕ້ອງມຸ່ງໄປເຖິງຂໍ້ຕົກລົງຢຸດຍິງຢູ່ເຂດກາຊາ ຢ່າງທັນທີ.

ກ່າວຄຳເຫັນທີ່ການຖະແຫຼງຂ່າວ ພາຍຫຼັງການພົບປະກັບທ່ານ Nabih Berri, ປະທານສະພາແຫ່ງຊາດ ລີບັງ, ທ່ານ Hochstein ເນັ້ນໜັກວ່າ ອາເມລິກາ ຍັງເຊື່ອໝັ້ນວ່າ ມາດຕະການທາງການທູດອາດຈະບັນລຸໄດ້ ຍ້ອນວ່າບໍ່ມີຜູ້ໃດຢາກສົງຄາມຮອບດ້ານເກີດຂຶ້ນ. ທ່ານ Hochstein ເນັ້ນໜັກວ່າ ຂໍ້ຕົກລົງດັ່ງກ່າວກໍ່ຈະຊ່ວຍສ້າງຄວາມສະດວກໃຫ້ແກ່ມາດຕະການການທູດ ຢູ່ລີບັງ ແລະ ສະກັດກັ້ນຄວາມສ່ຽງ ການປະທະກັນແຜ່ລາມໃນວົງກ້ວາງກ່ວາ.

ໃນເຫດການທີ່ກ່ຽວຂ້ອງ, ວັນທີ 13 ສິງຫາ, ທ່ານ Osama Hamdan ເຈົ້າໜ້າທີ່ອາວຸໂສ ຮາມາດສ ໄດ້ກ່າວຫາ ອິດສະລາແອັນບໍ່ມີເຈດຕະນາດີ, ພ້ອມທັງໃຫ້ຮູ້ວ່າ ກຳລັງນີ້ພວມສູນເສຍຄວາມເຊື່ອໝັ້ນຕໍ່ອາເມລິກາ ໃນຖານະເປັນຄົນກາງໄກ່ເກ່ຍ ໃນການເຈລະຈາຢຸດຍິງຢູ່ເຂດກາຊາ. ຮາມາດສ ສືບຕໍ່ຢັ້ງຢືນຈະບໍ່ເດີນຕາມການເຈລະຈາຮອບຕ່າງໆ ກັບບັນດາຂໍ້ສະເໜີໃໝ່ໂດຍ ອິດສະລາແອັນ ຍົກອອກ ເພື່ອແນໃສ່ແກ່ຍາວສົງຄາມ. ກຳລັງນີ້ຈະພຽງແຕ່ເຂົ້າຮ່ວມ ຖ້າການເຈລະຈາສຸມໃສ່ການປະຕິບັດຂໍ້ສະເໜີຢຸດຍິງໂດຍອີງຕາມບັນດາແນວຄວາມຄິດໂດຍທ່ານປະທານາທາບໍດີ ອາເມລິກາ Joe Biden ຍົກອອກເມື່ອເດືອນພຶດສະພາ ທີ່ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ